(ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງສິງ ທຳມະວົງ)
(vovworld) - ຕອນເຊົ້າວັນທີ 1/9, ຄະນະກຳມະການກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດນະຄອນໂຮ່ຈີມິນ ຈັດຕັ້ງງານພົບປະສັງສັນກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນຊາດ 2/9 ແລະ ມອບໃບຍ້ອງຍໍຂັ້ນລັດໃຫ້ຊາວຫວຽດນາມ ຢູ່ຕ່າງປະເທດທີ່ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ຕອນເຊົ້າວັນດຽວກັນ, ຢູ່ຫໍພິພິດຕະພັນປະຫວັດສາດແຫ່ງຊາດ ໄດ້ໄຂງານວາງສະແດງ “ປະຫວັດສາດ - ວັດທະນະທຳຫວຽດນາມ“ ດ້ວຍເກືອບ 300 ຮູບພາບ, ເອກະສານ ທີ່ແນະນຳໂດຍສັງເຂບກ່ຽວກັບປະຫວັດສາດ, ວັດທະນະທຳຫວຽດນາມ, ຜົນງານດ້ານເສດຖະກິດ, ສັງຄົມຂອງປະເທດຊາດໃນຊຸມວັນເອກະລາດ, ເສລີພາບ, ກ້າວຂຶ້ນສັງຄົມນິຍົມ.
ຢູ່ແຂວງ ເທື່ອທຽນເຫວ໋, ຕອນເຊົ້າວັນທີ 1/9 ໄດ້ໄຂງານວາງສະແດງຫົວເລື່ອງສະເພາະ “ລຸງໂຮ່ ກັບພາກໃຕ້, ພາກໃຕ້ກັບລຸງໂຮ່“. ດ້ວຍ 300 ເອກະສານ, ວັດຖຸພັນ, ງານວາງສະແດງໄດ້ແນະນຳ 3 ເນື້ອໃນຕົ້ນຕໍກ່ຽວກັບປະທານ ໂຮ່ຈີມິນ ແລະ ຜົນງານດ້ານເສດຖະກິດ, ວັດທະນະທຳ, ສັງຄົມ, ວິທະຍາສາດ, ເຕັກນິກຂອງບາງທ້ອງຖີ່ນໃນທົ່ວປະເທດ.
ໃນວັນດຽວກັນ, ຢູ່ນະຄອນຫຼວງວຽງຈັນ, ໄດ້ຈັດຕັ້ງງານໂຮມຊຸມນຸມສະເຫຼີມສະຫຼອງ 70 ປີແຫ່ງວັນຊາດຫວຽດນາມ 2/9. ກ່າວຄວາມເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງສິງ ທຳມະວົງ ຢືນຢັນວ່າ: ຫວຽດນາມ ແມ່ນປະເທດອ້າຍນ້ອງ, ປະຊາຊົນຫວຽດນາມ ແມ່ນປະຊາຊົນວິລະຊົນໃນການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາປະເທດສັງຄົມນິຍົມ.
(ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງສິງ ທຳມະວົງ)