ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງ70ປີແຫ່ງວັນຂະແໜງການທູດ
ຫວຽດນາມ ຢູ່ ລາວ (ພາບ: PhamKien/TTXVN)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງຂະແໜງການທູດ ຫວຽດນາມ (28/8/1945 – 28/8/2015), ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຢູ່ຫຼາຍປະເທດໄດ້ມີບັນດາການເຄື່ອນໄຫວຢ່າງແທ້ຈິງ ເພື່ອທົບທວນຄືນມູນເຊື້ອອັນສະຫງ່າລາສີ ແລະ ເອກອ້າງທະນົງໃຈຂອງຂະແໜງໃນພະລະກິດຕໍ່ສູ້, ປົກປັກຮັກສາ ແລະ ສ້າງສາປະເທດ ຫວຽດນາມ.
ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ຈັດຕັ້ງພິທີສະເຫຼີມສະຫຼອງ ດ້ວຍການເຂົ້າຮ່ວມຂອງພະນັກງານ, ພາລະກອນສະຖານທູດ, ບັນດາອົງການທີ່ຄຽງຂ້າງສະຖານທູດ ແລະ ເພື່ອນມິດສາກົນ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໄດ້ຮຽກຮ້ອງໝູ່ຄະນະພະນັກງານການທູດ, ພະລາກອນສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ສືບຕໍ່ສືບທອດມູນເຊື້ອຂອງລຸ່ນກ່ອນ, ປະກອບສ່ວນຈົນສຸດຄວາມສາມາດຂອງຕົນ ເພື່ອປະຕິບັດສຳເລັດໜ້າທີ່; ປະກອບສ່ວນໃຫ້ພາລະກິດສ້າງສາ, ປົກປັກຮັກສາປະເທດຊາດຢ່າງມີປະສິດທິຜົນ ແລະ ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນເວທີສາກົນ.
ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງຂະແໜງການທູດ ຫວຽດນາມ ກໍຈັດຕັ້ງຢູ່ ຍີ່ປຸ່ນ, ເວເນຊູເອລາ, ສີລັງກາ, ນອກເເວ ແລະ ສະໂລວາເກຍ.
ເມື່ອຕ້ອບສຳພາດນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ປະຈຳ Paris ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝະຣັ່ງ ຫງວຽນງ້ອກເຊີນ ຊີ້ແຈ້ງວ່າ: ໃນຊຸມປີຜ່ານມາ, ສະຖານທູດ ຫວຽດນາມ ປະຈຳ ຝະຣັ່ງ ໂດຍພາຍໃຕ້ການຊີ້ນຳນຳພາຂອງການນຳກະຊວງການຕ່າງປະເທດ ໄດ້ຜັນຂະຫຍາຍພື້ນຖານການທູດຢ່າງຮອບດ້ານໃນປະເທດ ຝະຣັ່ງ. ຄຽງຂ້າງນັ້ນ, ສະຖານທູດ ພວມຜັນຂະຫຍາຍວຽກງານການທູດດ້ານເສດຖະກິດຢ່າງແຮງ. ທ່ານ ຫງວຽນງ້ອກເຊີນ ກໍຍົກອອກຄວາມຈຳເປັນຕ້ອງເສີມຂະຫຍາຍກຳລັງແຮງຂອງປະຊາຄົມຊາວ ຫວຽດນາມ ຢູ່ ຝະຣັ່ງ ດ້ວຍຈຳນວນກ່ວາ 300.000 ຄົນ, ເປັນປະຊາຄົມທີ່ມີມູນເຊື້ອສະໜິດຕິດພັນກັບບ້ານເກີດເມືອງນອນຂອງປະເທດຊາດ, ມີການປະກອບສ່ວນຫລາຍຢ່າງ ໃຫ້ພາລະກິດຕໍ່ສູ້ຍາດເອົາເອກະລາດໃຫ້ຊົນຊາດໃນເມື່ອກ່ອນ, ກໍຄືໃນພາລະກິດພັດທະນາປະເທດຊາດໃນປະຈຸບັນ.