ພິທີສະເຫຼີມສະຫຼອງຢູ່ ຝຣັ່ງ
(ພາບ: congly.com.vn)
|
(vovworld) – ຢູ່ນະຄອນຫຼວງ ລອນດອນ, ປະເທດ ອັງກິດ, ການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະລັດທິ ຟາດຊິດ ໄດ້ຮັບການຈັດຕັ້ງເປັນເວລາ 3 ວັນ, ເລີ່ມແຕ່ວັນທີ 8/5. ປະຊາຊົນ ອັງກິດນັບຮ້ອຍຄົນ, ໃນນັ້ນມີນັກຮົບເກົ່າໃນສົງຄາມໂລກຄັ້ງທີສອງ 100 ຄົນ, ຜູ້ຕາງໜ້າລາຊະວົງອັງກິດ, ນັກການເມືອງ… ໄດ້ເຂົ້າຮ່ວມພິທີອາໄລຫາຢູ່ອະນຸສາວາລີ Cenotaph ເພື່ອອາໄລຫາບັນດານັກຮົບປະເທດນີ້ເສຍສະຫຼະຊີວິດໃນສົງຄາມໂລກຄັ້ງທີ 2.
ໃນວັນທີ 8/5, ປະຊາຊົນ ໂອຕຣິດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງດ້ວຍງານລາຕີປະສານສຽງ “ວັນບຸນຂອງຄວາມເບີກບານມ່ວນຊື່ນ”. ໃນວັນໄຊຊະນະ, ທ່ານປະທານາທິບໍດີ ໂອຕຣິດ Heinz Fischer ພ້ອມກັບບັນດາເອກອັກຄະລັດຖະທູດບັນດາປະເທດປະຊາຄົມບັນດາປະເທດເອກະລາດ (SNG) ແລະ ບາງປະເທດ ອາຊີວາງພວງມາລາຢູ່ເຂດສຸສານນັກຮົບ ໂຊວຽດ 18.000 ຄົນທີ່ເສຍສະຫຼະວິດໃນເຂດດິນແດນ ໂອຕຣິດ ໃນເສັ້ນທາງປົດປ່ອຍ ເອີລົບ ອອກຈາກແອກປົກຄອງຂອງ ຟາດຊິດ.
ໃນຂະນະນັ້ນ, ນອກແວ ກໍ່ໄດ້ຈັດຕັ້ງການຍິງບັ້ງໄຟດອກ ແລະ ວາງພວງມາລາຢູ່ເຂດສຸສານນັບຮົບ, ດ້ວຍການເຂົ້າຮ່ວມຂອງບັນດາການນຳລັດຖະບານ ແລະ ນັກຮົບເກົ່າ.
ສ່ວນຢູ່ ຝຣັ່ງ, ໃນການສະເຫຼີມສະຫຼອງເມື່ອວັນທີ 8/5, ທ່ານປະທານາທິບໍດີ ຝຣັ່ງ Francois Hollande ໄດ້ຍ້ອງຍໍຊົມເຊີຍການປະກອບສ່ວນຂອງບັນດາກຳລັງຂອງ ຝຣັ່ງ ເຂົ້າໃນໄຊຊະນະລວມຕ້ານຄືນລັດທິ ຟາດຊິດ.
ກໍ່ໃນວັນດຽວກັນ, ງານວາງສະແດງພິເສດ ແລະ ເປັນມູນເຊື້ອ “ຍົກຈອກເພື່ອສັນຕິພາບ” ໄດ້ຮັບການຈັດຕັ້ງຢູ່ຫໍພິພິດຕະພັນ ເຢຍລະມັນ - ລັດເຊຍ ຢູ່ເຂດ Karlshorst, ນະຄອນຫຼວງ ແບກລີງ, ປະເທດ ເຢຍລະມັນ.
ພ້ອມກັບບັນຍາກາດຢູ່ບັນດາປະເທດ ເອີລົບ, ວັນທີ 8/5, ການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະຟາດຊິດ, ສິ້ນສຸດສົງຄາມໂລກຄັ້ງທີ 2 ກໍ່ໄດ້ຈັດຕັ້ງຢູ່ ອາເມລິກາ, ການາດາ ແລະ ບຣາຊີນ ເຊັນດຽວກັນ.