(ພາບປະກອບ:mic.gov.vn)
(vovworld)- ວັນທີ 21/6 ຊື່ງແມ່ນວັນສະເຫຼີມສະຫຼອງ 88 ປີແຫ່ງວັນສື່ມວນຊົນ ປະຕິວັດ ຫວຽດນາມ (21/6/1925-21/6/2013), ໃນໂອກາດນີ້, ທ່ານຫວູ໋ວັນຮ່ຽນ, ອະດີດຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ ມີບົດຂຽນເນັ້ນໜັກເຖິງບົດບາດຂອງສື່ມວນຊົນທີ່ມີຕໍ່ການປະຕິວັດຫວຽດນາມ. ໃນບົດຂຽນຂອງຕົນ, ທ່ານຫວູ໋ວັນຮ່ຽນ ຊີ້ແຈ້ງວ່າ: ພັກກອມມູນິດຫວຽດນາມ ຖືວ່າ, ນັກຂ່າວແມ່ນນັກຮົບໃນສະໜາມ ແນວຄິດວັດທະນະທຳ, ສື່ມວນຊົນແມ່ນເຄື່ອງມືຕົ້ນຕໍຂອງພັກ ໄດ້ໃຫ້ຂ່າວຢ່າງວ່ອງໄວ, ທັນການ, ປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງ, ໂຄສະນາ, ປຸກລະດົມຂະບວນການປະຕິວັດຂອງປະຊາຊົນ.
ສະຫຼີມສະຫຼອງ 88 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ, ຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດໄດ້ຈັດໃຫ້ມີບັນດາການເຄື່ອນໄຫວຟົດຟື້ນມ່ວນຊື່ນເຊີດຊູນັກຂ່າວໄດ້ຖືກຈັດຂຶ້ນຄື: ພິທີມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 7 ປີ 2012 ຢູ່ນະຄອນຫລວງຮ່າໂນ້ຍ ໃນຕອນຄ່ຳວັນທີ 21/6. ງານປະກວດຂຽໜບົດໜັບສືພິມແຫ່ງຊາດຄັ້ງທີ 7 ປີ 2012 ມີຈຳນວນບົດເຂົ້າຮ່ວມຫລາຍກ່ວາໝູ່ນັບແຕ່ກ່ອນມາຮອດປະຈຸບັນດ້ວຍ 1540 ບົດ. ທ່ານຮ່າມິງເຮ້ວ ຮອງປະທານຜູ້ປະຈຳສະພາມອບລາງວັນສື່ມວນຊົນແຫ່ງຊາດໃຫ້ຮູ້ວ່າ:
“ຕາມຂ້າພະເຈົ້າແລ້ວ, ບັນດາບົດເຂົ້າຮ່ວມງານປະກວດໄດ້ຂຸດຄົ້ນບັນດາຫົວເລື່ອງໄດ້ເປັນຢ່າງດີ, ນັກຂ່າວກໍ່ຮູ້ວິທີຍົກອອກບັນດາບັນຫາທີ່ຫາງສຽງມີຄວາມສົນໃຈໃນປະຈຸບັນ. ງານປະກວດປີນີ້ມີຫລາຍບົດຂຽນຕາມທິດດັ່ງກ່າວ. ໃນດ້ານການເມືອງ, ບັນດາບົດຂຽນໄດ້ໂຄສະນາ, ປຸກລະດົມການປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງ, ມະຕິສູນກາງພັກຄັ້ງທີ 4, ໃນດ້ານເສດຖະກິດແມ່ນການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ຫລືບັນດາບັນຫາດ້ານວັດທະນະທຳສັງຄົມ”.