ພິທີສະເຫລີມສະຫລອງ 65 ປີ ແຫ່ງວັນແຫ່ງເອກະລາດ ອິນເດຍ
ພາບ:internet
|
(vovworld) - ຕອນເຊົ້າວັນທີ 14/8 ຢູ່ ນະຄອນ ໂຮ່ຈິມີນ ໄດ້ດຳເນີນພິທີ ສະເຫລີມສະຫລອງ 65 ປີ ແຫ່ງວັນແຫ່ງເອກະລາດຂອງ ສາທາລະນະລັດ ອິນເດຍ (15/8/1947 - 15/8/2012). ນະທີ່ນີ້ ທ່ານ Abhay Thakur ຫົວຫນ້າສະຖານກົງສູນໃຫຍ່ອິນເດຍ ປະຈຳ ນະຄອນ ໂຮ່ຈິມີນ ໃຫ້ຮູ້ວ່າ: ປີ 2012 ມີຄວາມໝາຍພິເສດ ໃນປະຫວັດສາດແຫ່ງການພົວພັນລະຫວ່າງ ຫວຽດນາມ ແລະ ອິນເດຍ, ເປັນຂີດໝາຍສະເຫລີມສະຫລອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ອິນເດຍ (1972 - 2012) ແລະ 5 ປີ ແຫ່ງວັນສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນເດຍ ( 2007- 2012). ກ່າວຄຳເຫັນນະທີ່ນີ້, ທ່ານ Huynh Thanh Lap ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ນະຄອນ ໂຮ່ຈິມີນ ໄດ້ຢືນຢັນວ່າ: ປະຊາຊົນ ຫວຽດນາມ ຍາມໃດກໍເຄົາລົບນັບຖື ແລະ ຕີລາຄາການສະຫນັບສະຫນູນ, ການຊ່ວຍເຫລືອທີ່ບັນດາເພື່ອນມິດ ອິນເດຍສະຫງວນໃຫ້ແກ່ ຫວຽດນາມ ໃນຕະຫລອດສົງຄາມຕ້ານພວກລ່າເມືອງຂຶ້ນ ແລະ ຈັກກະພັດຮຸກຮານ ກໍຄືໃນກິດຈະການສ້າງສາປະເທດຊາດປະຈຸບັນ.
ແລະ ກໍໃນຕອນເຊົ້າວັນດຽວກັນ, ຢູ່ ຮ່າໂນ້ຍ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ໄດ້ຈັດງານຊຸມນຸມມິດຕິງສະເຫລີມສະຫລອງ 65 ປີ ແຫ່ງວັນເອກະລາດ ສ ອິນເດຍເຊັ່ນດຽວກັນ.