ການເຄື່ອນໄຫວສະເຫລີມສະຫລອງ126ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມີນຢູ່ບັນດາປະເທດ
ພິທີ ມອບ-ຮັບ ບົດເພງ ປະສານສຽງໃຫຍ່
“ໂຮ່ຈີ່ມິງ ດວງຕາເວັນເບີກແສງ ຊົ່ວນິລັນດອນ
ພາບ:KPL
|
(vovworld)- ຕອນເຊົ້າວັນທີ 19/5, ທີ່ສຳນັກງານສູນວັດທະນະທຳ ຫວຽດນາມ ຢູ່ ນະຄອນຫລວງວຽງຈັນ, ສປປ ລາວ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ແລະ ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ໄດ້ ຈັດພິທີ ມອບ-ຮັບ ບົດເພງ ປະສານສຽງໃຫຍ່ “ໂຮ່ຈີ່ມິງ ດວງຕາເວັນເບີກແສງ ຊົ່ວນິລັນດອນ” ຂອງ ນັກປະພັນເພງລາວ, ສີລະປິນແຫ່ງຊາດ ດວງມີໄຊ ລີໄກຢາ. ນັກປະພັນເພງລາວ ດວງມີໄຊ ລີໄກຢາ ໄດ້ແບ່ງປັນວ່າ: ທ່ານປະພັນບົດເພງນີ້ດ້ວຍຄວາມແສນເຄົາລົບຮັກຕໍ່ປະທານໂຮ່ຈີມີງ, ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນຫວຽດນາມ, ເປັນເພື່ອນໃຫຍ່ຂອງປະຊາຊົນລາວບັນດາເຜົ່າ. ທ່ານ ດວງມີໄຊ ລີໄກຢາ ໄດ້ໃຫ້ຮູ້ວ່າ: ເນື່ອໃນຕົ້ນຕໍ ຂອງບົດເພງ ໄດ້ສ່ອງແສງໃຫ້ເຫັນ ເຖິງຄຸນສົມບັດ ສິນທຳປະຕິວັດ, ການນຳພາ ອັນສະຫລາດສ່ອງໃສ່, ຄຸນງາມຄວາມດີ ແລະ ຄວາມຮັກຊາດ ຂອງປະທານ ໂຮ່ຈີ່ມິງ ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນ ຫວຽດນາມ ຈົນກາຍມາເປັນບົດເພງ ໂຮ່ຈີ່ມິງ ດວງຕາເວັນ ເບີກແສງຊົ່ວນິລັນດອນ ເພື່ອໃຫ້ຄົນຮຸ່ນໃໝ່ ໄດ້ລ່ຳລຶກເຖິງ ຄຸນງາມຄວາມດີ ຂອງເພີ່ນ. ນອກຈາກນີ້, ນັກປະພັນເພງລາວ, ສີລະປິນແຫ່ງຊາດ ດວງມີໄຊ ລີໄກຢາ ຍັງໄດ້ປະດິດແຕ່ງດົນຕີ ກ່ຽວກັບປະທານ ໂຮ່ຈີ່ມິງ ຢ່າງຫລວງຫລາຍ ເປັນຕົ້ນ ແມ່ນບັນດາ ບົດເພງປະສານສຽງ ຮົ່ງຮາ-ແມ່ຂອງ, ດອກບົວແດງ, ປະທານໂຮ່ຈິ່ມິງ ຢູ່ນຳພວກເຮົາ ຕະຫລອດໄປ, ລຸງຂອງພວກເຮົາ ແລະ ບົດແປ ປະພັນຊີວິດ ແລະ ພາລະກິດ ເປັນຕົ້ນ.
ກ່ອນຫນ້ານັ້ນ, ວັນທີ 18/5 ຢູ່ ນະຄອນຫລວງ ເມຊີໂກ, ສະຖານທູດຫວຽດນາມ ປະຈຳ ເມຊີໂກ ໄດ້ດຳເນີນພິທີຖະຫວາຍທູບທຽນຕໍ່ຫນ້າອະນຸສາວະລີປະທານໂຮ່ຈິມີນ ເນື່ອງໃນໂອກາດສະເຫລີມສະຫລອງ 126 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມີນ.