ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງ 69 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ

ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງ 69 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ - ảnh 1
ພາບປະກອບ:internet


(vovworld)-  ຕອນ​ຄຳ່​ວັນ​ທີ 17/12 ຢູ່ ຮ່າ​ໂນ້ຍ, ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ລ້ຽງ​ຢ່າ​ງສົມ​ກຽດ​ເພື່ອ​ສະ​​ເຫລີ​ມສະຫລອງ 69 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງ​ທັບ​ປະຊາຊົນ​ຫວຽດນາມ ​ແລະ 24 ປີ​ແຫ່ງ​ວັນ​ບຸນ​ທົ່ວ​ປວງ​ຊົນ​ປ້ອງ​ກັນຊາ​ດ. ​ເຂົ້າ​ຮ່ວມ​ງານ​ລ້ຽງ, ມີ​ບັນດາ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ, ການ​ນຳ​ບັນດາເຫລ່ົາທັບ, ກົມ​ໃຫຍ່, ອົງການ​ຈັດ​ຕັ້ງ​ທີ່​ຂຶ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ​ພ້ອມ​ດ້ວຍ​ທູດ​ທະຫານ​ຕ່າງປະ​ເທດ​ປະຈຳ​ຫວຽດນາມ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານພົນ​ໂທ ຫງວຽນ​ຈີ​ວີ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ບັນດາ​ປະ​ເທດ​ເພື່ອນ​ມີດ​ໃນ​ໂລກ​ທີ່​ໄດ້​ສະຫນັບສະຫນູນ, ຊ່ວຍ​ເຫລືອກ​ອງທັບ​ປະຊາຊົນ​ຫວຽດນາມ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ພົນ​ໂທ ຫງວຽນ​ຈີ​ວີ້ງ​ເຊື່ອ​ໝັ້ນ​ວ່າ: ສາຍ​ພົວພັນ​ຮ່ວມ​ມືລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ ບັນດາ​ປະ​ເທດ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

 

 

ຂ່າວ/ບົດ​ອື່ນ