ການເຄື່ອນໄຫວຫລາຍຢ່າງເພື່ອຂຳ່ນັບຊົມເຊີຍວັນມໍລະດົກວັດທະນະທຳຫວຽດນາມ23/11
(vovworld)- ປີນີ້ແມ່ນປີທີ 9 ຂອງວັນມໍລະດົກວັດທະນະທຳຫວຽດນາມ, ໃນທົ່ວປະເທດຫວຽດນາມກໍໄດ້ຈັດການເຄື່ອນໄຫວຫລາຍຢ່າງເພື່ອຂຳ່ນັບຊົມເຊີຍວັນດັ່ງກ່າວ. ຕອນຄຳ່ວັນທີ 23/11 ຢູ່ ຮ່າໂນ້ຍ, ງານລາຕີເຊີດຊູມໍລະດົກຂຽວຫວຽດນາມດ້ວຍລາຍການສະແດງສິລະປະພິເສດທີ່ມີຫົວຂໍ້ວ່າ: “ເພື່ອສີຂຽວອະນາຄົດ”, ອັດ ສັບປະດາມໍລະດົກຂຽວ ຊື່ງດຳເນີນຢູ່ຮ່າໂນ້ຍແຕ່ວັນທີ 19-23/11. ບັນດາການເຄື່ອນໄຫວດຳເນີນໄປໃນໂອກາດນີ້ແມ່ນແນະນຳ ແລະ ເຊີດຊູບັນດາມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະຂອງຫວຽດນາມ, ຢືນຢັນບັນດາຜົນງານແຫ່ງການເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ຄຸນຄ່າບັນດາມໍລະດົກທຳມະຊາດ, ສວນມໍລະດົກອາຊຽນ, ປ່າສະຫງວນແຫ່ງຊາດ. ກ່າວຄຳເຫັນທີ່ີງານລາຕີ, ທ່ານ ເວືອງຢີບຽນ, ຮອງລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: “ເພື່ອຫນ່ວຍພິພົບຂຽວ, ເພື່ອສິ່ງແວດລ້ອມຊີວະພາບ, ພວກເຮົາຈົ່ງພ້ອມກັນສ້າງຈຸດວັດທະນະທຳໃນການອະນຸລັກຮັກສາ ແລະ ພັດທະນາບັນດາມໍລະດົກທຳມະຊາດ, ເຂດນິເວດວິທະຍາ, ປ່າສະຫງວນແຫ່ງຊາດ. ອະນຸລັກຮັກສາມໍລະດົກທຳມະຊາດແມ່ນຮັກສາຊີວິດການເປັນຢູ່, ຮັກສາພື້ນຖານວັດທະນະທຳ ແລະ ສິ່ງແວດລ້ອມຊີວະພາບຂອງພວກເຮົາ.”