ການເຄື່ອນໄຫວຫຼາງຢ່າງເພື່ອຄຳນັບຮັບຕ້ອນວັນແມ່ຍິງຫວຽດນາມ20/10
ພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ ຄົບຮອບ 86 ປີ
ແລະ ມອບລາງວັນ ແມ່ຍິງຫວຽດນາມ ປີ 2016
(ພາບ: TTXVN)
(vovworld)- ໃນຕອນຄ່ຳ ວັນທີ 18/10, ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງຫວຽດນາມ ໄດ້ຈັດຕັ້ງພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ ຄົບຮອບ 86 ປີ ແລະ ມອບລາງວັນ ແມ່ຍິງຫວຽດນາມ ປີ 2016, ໃຫ້ 6 ໝູ່ຄະນະ ແລະ 10 ຄົນ ທີ່ດີເດັ່ນ. ໃນຈຳນວນບັນດາບຸກຄົນ ໄດ້ຮັບລາງວັນ ແມ່ຍິງຫວຽດນາມໃນປີນີ້ ມີ ທ່ານ ນາງ ຮ່າທິຄຽດ ອະດີດເລຂາສູນກາງພັກ, ອະດີດຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ແລະ ທ່ານ ນາງ ຫງວຽນທິຢວານ ອະດີດຮອງປະທານປະເທດ. ສຈ.ປອ. ຫງວຽນທິຮົ່ງເວີນ, ອາຈານສອນຂະແໜງຊີວະສາດ, ມະຫາວິທະຍາໄລວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ໃຫ້ຮູ້ວ່າ:
“ການບຳລຸງສ້າງ ແລະ ການຄົ້ນຄ້ວາ ລ້ວນແຕ່ໄດ້ຮັບການດຳເນີນໄປຄຽງຄູ່ກັນ. ພວກຂ້າພະເຈົ້າ ຄົ້ນຄ້ວາ ບໍ່ພຽງແຕ່ເພື່ອມີບັນດາຫົວເລື່ອງໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງເທົ່ານັ້ນ ຫາກຍັງ ນຳໃຊ້ບັນດາຜົນການຄົ້ນຄ້ວາ ຫຼື ປະຕິບັດການຄົ້ນຄ້ວາ ເພື່ອປະກອບສ່ວນເຂົ້າວຽກງານບຳລຸງສ້າງນັກສຶກສາ, ນັກຄົ້ນຄ້ວາລະດັບປະລີນຍາໂທ ແລະ ປະລີນຍາເອກ. ເລື່ອງຊັບຊ້ອນບັນດາວຽກງານ ແມ່ນອີງໃສ່ຄວາມສາມາດ ຂອງແຕ່ລະຄົນ ແຕ່ວ່າຕາມຂ້າພະເຈົ້າແລ້ວ ແມ່ນພະນັກງານຍິງຂະແໜງຊີວະສາດ ແມ່ນບັນດາຜູ້ທີ່ເຮັດຫຼ້ອນໜ້າທີ່ໃນວຽກບ້ານການເຮືອນ ແລະ ມີຄວາມຮັບຜິດຊອບ ໃນວຽກງານເພື່ອປະຕິບັດສຳເລັດໜ້າທີ່ເປັນຢ່າງດີ”.
ກ່າວຄວາມເຫັນທີ່ພິທີ, ທ່ານ ຫງວຽນທ້ຽນເຢີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເນັ້ນໜັກວ່າ: ລັກສະນະເປັນຫຼາຍຮູບຫຼາຍແບບ ໃນບັນດາຂະແໜງອາຊີບ ແລະ ຂົງເຂດທີ່ໄດ້ຮັບການຄັດເລືອກມອບລາງວັນ ສະແດງໃຫ້ເຫັນວ່າແມ່ຍິງຫວຽດນາມ ພວມເຂົ້າຮ່ວມຢ່າງຕັ້ງໜ້າ ໃນທຸກດ້ານຂອງຊີວິດການເປັນຢູ່ໃນສັງຄົມ. ບັນດາຂໍ້ລິເລີ່ມ, ຜົນງານໃນການຄົ້ນຄ້ວາ, ການອອກແຮງງານ ຂອງບັນດາແມ່ຍິງໄດ້ນຳມາເຊິ່ງ ຜົນປະໂຫຍດອັນໃຫຍ່ຫຼວງ ໃຫ້ແກ່ການພັດທະນາ ຂອງປະຊາຄົມ, ປະເທດຊາດ, ພ້ອມທັງປະກອບສ່ວນຊຸກຍູ້ ຄວາມສະເໝີພາບ ແລະ ຄວາມກ້າວໜ້າ ໃຫ້ແກ່ແມ່ຍິງຫວຽດນາມ.