ການເຄື່ອນໄຫວຫຼາຍຢ່າງຕອບສະໜອງວັນໂລກເຊີດຊູຜູ້ບໍລິຈາກເລືອດ

ການເຄື່ອນໄຫວຫຼາຍຢ່າງຕອບສະໜອງວັນໂລກເຊີດຊູຜູ້ບໍລິຈາກເລືອດ - ảnh 1
ພາບ​ປະ​ກອບ

(vovworld) – ຄະ​ນະ​ຊ​ີ້​ນຳ​ແຫ່ງ​ຊາດ​ຂົນ​ຂ​ວາຍ​ການ​ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກ ໃຫ້​ຮູ້​ວ່າ: ມີ​​ການ​ເຄື່ອນ​ໄຫວ​ຕ່າງໆຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຕອບ​ສະ​ໜອງວັນ​ໂລກ​ເຊີດ​ຊູ​ຜູ້​ບໍ​ລິ​ຈາກ​ເລືອດ (14/6), ໃນ​ນັ້ນ​ມີ​ການ​ເຊີດ​ຊູ​ຜູ້​ບໍ​ລິ​ຈາກ​ເລືອດ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ 100 ຄົນໃນ​ປີ 2015. ດ້ວຍ​ຫົວ​ຂໍ້​ວ່າ “ຂອບ​ໃຈຫຼາຍໆ - ຜູ້​ທີ່​ໄດ້​ບໍ​ລິ​ຈາກ​ເລືອດ”, ການ​ເຄືອນ​ໄຫວ​ຕອບ​ສະ​ໜອງ​​ຖືກຈັດ​ຕັ້ງ​​ໃນ​ລະ​ຫວ່າງວັນ​ທີ 12 – 14/6 ຢູ່​ນະ​ຄອນ ຮ່າ​ໂນ້ຍ ແລະ ແຂວງ ຟູ່​ທໍ້. ພົ້ນ​ເດັ່ນ​ແມ່ນ​ຄ່ຳ​ຄືນ “ພົບ​ປະ​ສັງ​ສັນ 3 ພາກ​ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ” ແລະ ລາຍ​ການ “ດວງ​ໃຈ​ກຸ​ສົນ ຫວຽດ​ນາມ ກັບ​ກົກ​ເຄົ້າ​ເຫງົ້າ​ກໍ່”. ຢູ່ ຮ່າ​ໂນ້ຍ, ຍັງ​ດຳ​ເນີນ​ພິ​ທີ​ເຊີດ​ຊ​ູຜູ້​ບໍ​ລິ​ຈາກ​ເລືອດ​ທີ່​ດີ​ເດັ່ນ​ ຫວຽດ​ນາມ 100 ຄົນ​ໃນປີ 2015… ຫວຽດ​ນາມ ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອ​ງ “ວັນ​ໂລກ​ເຊີດ​ຊູ​ຜູ້​ບໍ​ລິ​ຈາກ​ເລືອດ” ປະ​ຈຳ​ປີ​ນັບ​ແຕ່​ປີ 2007. ບັນ​ດາ​ການ​ເຄື່ອນ​ໄຫວນີ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ຂະ​ບວນ​ການ​ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກ​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ.


ຂ່າວ/ບົດ​ອື່ນ