(ພາບປະກອບ)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກສາກົນ 01/06, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດໄດ້ດຳເນີນການເຄື່ອນໄຫວອັນແທດຈິງຫຼາຍຢ່າງທີ່ສະຫງວນໃຫ້ແກ່ເດັກນ້ອຍ. ວັນທີ 29/05, ພະແນກແຮງງານ, ທະຫານເສຍອົງຄ້າ ແລະ ສັງຄົມແຂວງ ກວາງຈິ້ ແລະ ຜູ້ຕາງໜ້າບັນດາຫົວໜ່ວຍໄດ້ມອບຂອງຂວັນ ແລະ ຮັບລ້ຽງເນັກຮຽນທີ່ທຸກຍາກແຕ່ຮຽນເກັ່ງ ແລະ ນັກຮຽນປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ເຂດຊົນເຜົ່າສ່ວນໜ້ອຍຂອງເມືອງ ເຮື໋ອງຮ໋ວາ ເກືອບ 100 ຄົນ. ແລະ ກໍໃນວັນດ່ຽວກັນ, ແຂວງວິ້ງຟຸ໋ກ ກໍປຸກລະດົມເດືອນເຄື່ອນໄຫວເພີ່ມເດັກນ້ອຍປີ 2013, ທາງແຂວງໄດ້ມອບຂອງຂວັນ 15 ພູດ ໃຫ້ແກ່ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ມອບທຶນສຶກສາໃຫ້ນັກຮຽນ 10 ຄົນທີ່ປະສົບກັບຄວາມຫຍຸ້ງຍາກແຕ່ມີຜົນງານດີເດັ່ນໃນສົກຮຽນຜ່ານມາ.
ໃນລະຫວ່າງວັນທີ 29/05 – 01/06, ຢູ່ແຂວງເກີນເທີ ໄດ້ຈັດງານນບຸນເດັກນ້ອຍ ໃຫ້ແກ່ເດັກນ້ອຍກວ່າ 1000 ຄົນ ແລະ ມອບຂອງຂວັນ 200 ພູດໃຫ້ເດັກປະສົບກັບຄວາມຫຍຸ້ງຍາກຢູ່ເຂດຫ່າງໄກຊອກຫຼີກ ດ້ວຍຍອດມູນຄ່າກວ່າ 200 ລ້ານດົງ.