ທ່ານ Dinh The Huynh ຢ້ຽມຢາມ, ອວຍພອນສຳນັກຂ່າວສານຫວຽດນາມ
( ພາບ: TTXVN )
( vovworld ) - ເນື່ອງໃນໂອກາດສະເຫຼີມສະຫຼອງ 87 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21/6/1925 – 21/6/2012), ຕອນເຊົ້າວັນທີ 20/6, ທ່ານ Dinh The Huynh, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ພ້ອມກັບການນຳຄະນະໂຄສະນາສຶກສາສູນກາງ, ກະຊວງຖະແຫຼງຂ່າວ - ສື່ສານ ໄດ້ມາຢ້ຽມຢາມ, ອວຍພອນ: ສະມາຄົມນັກຂ່າວຫວຽດນາມ, ສຳນັກຂ່າວສານຫວຽດນາມ, ໜັງສືພິມ Tien Phong ແລະ ໜັງສືພິມ Lao Dong. ທ່ານ Dinh The Huynh ໄດ້ຕີລາຄາສູງການປະກອບສ່ວນອັນໃຫຍ່ຫຼວງຂອງບັນດາອົງການສື່ມວນຊົນ ແລະ ຖັນແຖວຜູ້ເຮັດວຽກງານສື່ມວນຊົນທີ່ມີຕໍ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ພັດທະນພື້ນຖານສື່ມວນຊົນຫວຽດນາມ ໃຫ້ນັບມື້ນັບມີຊີວິດຊີວາ, ແທດຈິງ. ທ່ານ Dinh The Huynh ຫວັງວ່າ ບັນດາອົງການສື່ມວນຊົນຄວນເປັນເຈົ້າການ, ມີຫົວຄິດປະດິດສ້າງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກຳນົດທິດໃຫ້ແກ່ຫາງສຽງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຊົນທີ່ມີຕໍ່ພັກ, ລັດ ແລະ ເສັ້ນທາງພັດທະນາປະເທດຊາດ. ສະມາຄົມນັກຂ່າວຫວຽດນາມ ທຸກຂັ້ນຈົ່ງເສີມຂະຫຍາຍບົດບາດແມ່ນອົງການສາມັກຄີເຕົ້າໂຮມບັນດາຜູ້ທີ່ເຮັດວຽກງານສື່ມວນຊົນ, ມານະພະຍາຍາມສູ້ຊົນສ້າງພື້ນຖານສື່ມວນຊົນໃຫ້ນັບມື້ນັບພັດທະນາ, ຕອບສະໜອງຄວາມຕ້ອງການຂໍ້ມູນຂ່າວສານທີ່ນັບມື້ນັບອຸດົມສົມບຸນ, ຫຼາຍຮູບຫຼາຍແບບຂອງປະຊາຊົນ, ຄວາມຕ້ອງການຄຸ້ມຄອງສັງຄົມ, ຊຸກຍູ້ພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.
“ຕ້ອງເຮັດແນວໃດເພື່ອໃຫ້ຖັນແຖວບັນດາຜູ້ເຮັດວຽກງານສື່ມວນຊົນປະຕິວັດຫວຽດນາມ ມີຄຸນນະທາດການເມືອງຢ່າງໝັ້ນຄົງ, ມີຄຸນສົມບັດວິຊາຊີບທີ່ໂປ່ງໃສ. ໃນສາທະນະການທີ່ມີຄວາມຫຍຸ້ງຍາກ ແລະ ຄວາມສະດວກຫຼາຍຢ່າງ, ນັກຂ່າວຕ້ອງສະແດງຄຸນນະທາດຂອງຕົນ, ຍົກສູງຄວາມຮັບຜິດຊອບທີ່ມີຕໍ່ປະເທດຊາດ, ປະຊາຊົນ, ເພື່ອມີຂໍ້ມູນຂ່າວຢ່າງວ່ອງໄວ, ຊັດເຈັນ, ຊຸກຍູ້ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ”.
( ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ອວຍພອນ
ວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 87 ປີ
ແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ )
ແລະກໍໃນຕອນບ່າຍວັນທີ 19/6, ການນຳນະຄອນຮ່າໂນ້ຍ ໄດ້ຈັດຕັ້ງງານພົບປະກັບຜູ້ແທນທີ່ຕາງໜ້າໃຫ້ບັນດາອົງການສື່ມວນຊົນສູນກາງ ແລະ ຮ່າໂນ້ຍ 300 ຄົນ. ທ່ານຮອງເລຂາຄະນະພັກກຳແພງນະຄອນຮ່າໂນ້ຍ Nguyen Cong Soai ຢັ້ນຢືນວ່າ, ການນຳນະຄອນຍາມໃດກໍຕີລາຄາສູງບົດບາດຂອງສື່ມວນຊົນໃນວິວັດແຫ່ງການພັດທະນາເສດຖະກິດ - ສັງຄົມຂອງນະຄອນຫຼວງ ແລະ ເອົາໃຈໃສ່ສ້າງເງື່ອນໄຂສະດວກເພື່ອໃຫ້ສື່ມວນຊົນເສີມຂະຫຍາຍຄຸນຄ່າຂອງຕົນ, ມີຂໍ້ມູນສື່ສານປະຈຳສັບປະດາ ເພື່ອແນໃສ່ກຳນົດທິດສື່ສານກ່ຽວກັບບັນດາການເຄື່ອນໄຫວເສດຖະກິດ - ສັງຄົມຂອງນະຄອນ.
ໃນວັນດຽວກັນ, ການນຳຄະນະພັກນະຄອນໂຮ່ຈິມິນ ໂດຍທ່ານນາງ Nguyen Thi Thu Ha, ກຳມະການສູນກາງພັກ, ຮອງເລຂາຄະນະພັກນະຄອນນຳໜ້າ ໄດ້ມາຢ້ຽມຢາມ ແລະ ອວຍພອນພະນັກງານ, ນັກຂ່າວ, ບັນນາທິການ, ພະນັກງານ, ພາລະກອນ ບັນດາອົງການສື່ມວນຊົນສູນກາງ ແລະ ທ້ອງຖິ່ນຢູ່ໃນບໍລິເວນນະຄອນ.
( ພາບປະກອບ )
ຕອນເຊົ້າວັນທີ 20/6, ຢູ່ນະຄອນໂຮ່ຈິມິນ, ຫໍພິພິດທະພັນແມ່ຍິງພາກໃຕ້ ໄດ້ໄຂພິທີວາງສະແດງດ້ວຍຫົວຂໍ້ວ່າ: “ແມ່ຍິງພາກໃຕ້ກັບວຽກງານສື່ມວນຊົນ” ເຊິ່ງລວມມີເກືອບ 200 ວັດຖຸພັນ ແລະ ຮູບພາບທີ່ແນະນຳສື່ສິ່ງພິມອັນລ້ຳຄ່າຂອງແມ່ຍິງນັບແຕ່ຕົ້ນສະຕະວັດທີ 20 ເຖິງປີ 1975. ຜ່ານນັ້ນປະກອບສ່ວນເຊີດຊູບັນດາສື່ສິ່ງພິມແມ່ຍິງປະກອບສ່ວນເຮັດໃຫ້ສື່ມວນຊົນປະຕິວັດຫວຽດນາມ ພັດທະນາ. ທ່ານນາງ Nguyen Thi Hien Linh, ຮອງຜູ້ອຳນວຍການຫໍພິພິດທະພັນແມ່ຍິງພາກໃຕ້, ໃຫ້ຮູ້ວ່າ.
“ໃນຫົວຂໍ້ຄັ້ງນີ້ ພວກຂ້າພະເຈົ້າຢາກເຊີດຊູການປະກອບສ່ວນຂອງແມ່ຍິງໃນຂົງເຂດສື່ມວນຊົນ. ໃນຕົ້ນສະຕະວັດທີ 20, ແມ່ຍິງຖືກມິ່ນປະມາດ. ດັ່ງນັ້ນ, ໃນບົດຂຽນຂອງຕົນ ເຂົ້າເຈົ້າໄດ້ສະແດງໃຫ້ເຫັນແນວຄິດຈິດໃຈ, ຄວາມມຸ້ງມາດປາດຖະນາຢາກມີຄວາມສະເໝີພາບລະຫວ່າງຍິງຊາຍ. ຂ້າພະເຈົ້າຖືວ່າ ປະຫວັດສາດໄດ້ພິສູດໃຫ້ເຫັນການອຸທິດສ່ວນຂອງແມ່ຍິງໃນຂົງເຂດສີນລະປະວັດທະນະທຳ”.
ທ່ານ Ma Dieu Cuong, ປະທານສະມາຄົມນັກຂ່າວ ນະຄອນ ໂຮ່ຈີມິນ ກ່າວຄຳເຫັນນະພິທີ
(ພາບ: dddn.com)
ແລະກໍໃນຕອນເຊົ້າວັນທີ 20/6, ສະມາຄົມນັກຂ່າວນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 87 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ ແລະ ມອບລາງວັນສື່ມວນຊົນນະຄອນຄັ້ງທີ 30 ປີ 2012. ທີ່ພິທີສະເຫຼີມສະຫຼອງ, ມີນັກຂ່າວຫຼາຍລຸ້ນຄົນ ໄດ້ພ້ອມກັນທົບທວນຄືນໄລຍະທາງແຫ່ງການພັດທະນາຂອງສື່ມວນຊົນປະຕິວັດຫວຽດນາມ ໃນຕະຫຼອດ 87 ປີຜ່ານມາ. ຜ່ານນັ້ນ, ໄດ້ລະດົມກຳລັງໃຈ, ກຳນົດທິດໃຫ້ບັນດານັກຂ່າວໜຸ່ມ ສືບຕໍ່ເສີມຂະຫຍາຍພຸມປັນຍາ, ວິຊາສະເພາະ ປະກອບສ່ວນເຂົ້າໃນການພັດທະນາຂອງສື່ມວນຊົນນະຄອນ. ເນື່ອງໃນໂອກາດນີ້, ສະມາຄົມນັກຂ່າວນະຄອນ ໂຮ່ຈີມິນ ກໍໄດ້ມອບ 34 ລາງວັນສື່ມວນຊົນໃຫ້ແກ່ບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີບົດທີ່ດີເດັ່ນ. ຜ່ານບັນດາບົດທີ່ໄດ້ຮັບລາງວັນ ສາມາດຢັ້ງຢືນໄດ້ວ່າ: ສື່ມວນຊົນນະຄອນ ໂຮ່ຈີມິນ ເວົ້າສະເພາະ, ສື່ມວນຊົນໃນທົ່ວປະເທດເວົ້າລວມຍາມໃດກໍມີບົດບາດອັນໃຫຍ່ຫຼວງໃນການສ່ອງແສງບັນດາບັນຫາເຄັ່ງຮ້ອນຂອງນະຄອນ ແລະ ທົ່ວປະເທດ ຢ່າງທັນການ, ໃຫ້ຂ່າວຢ່າງລະອຽດບັນດາແຜນນະໂຍບາຍ, ນະໂຍບາຍຂອງລັດ ແລະ ທ້ອງຖີ່ນ ມາຍັງຊີວິດຂອງປະຊາຊົນ. ພ້ອມທັງ ເຂົ້າຮ່ວມແກ້ໄຂຫຼາຍບັນຫາທີ່ເຄັ່ງຮ້ອນໃນປະຊາຊົນ, ປະກອບສ່ວນສ້າງຄວາມເຫັນດີເຫັນພ້ອມລະຫວ່າງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ, ແມ່ນພື້ນຖານເພື່ອປະຕິບັດບັນດາຄາດໝາຍ, ໜ້າທີ່ເຊິ່ງອົງຄະນະພັກນະຄອນໄດ້ວາງອອກຢ່າງມີໄຊ.