ການເຄື່ອນໄຫວອວຍພອນບຸນປີໃໝ່ Chol Chnam Thmay ຂອງຊາວເຜົ່າຂະແມ
ບຸນປີໃໝ່ Chol Chnam Thmay ຂອງຊາວເຜົ່າຂະແມ
(ພາບປະກອບ)
(vovworld) - ໃນໂອກາດ ບຸນປີໃໝ່ Chol Chnam Thmay ຂອງຊາວເຜົ່າຂະແມ, ໃນລະຫວ່າງວັນທີ 10-12/4, ການນຳແຂວງອານຢາງ ໄດ້ມາອວຍພອນປີໃໝ່, ມອບຂອງຂວັນຢູ່ 23 ວັດ ຂະແມນາມຕົງ ໃນເມືອງຕ່າງໆຂອງແຂວງ, ກໍ່ຄືອວຍພອນປີໃໝ່, ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ, ນັກຮົບກຳລັງປະກອບອາວຸດຂະແມທີ່ດີເດັ່ນ. ບັນດາອາຈານ, ພະມະຫາອາຈານໃນວັດເຫຼົ່ານັ້ນ ໄດ້ຂອບອົກຂອບໃຈຕໍ່ການເອົາໃຈໃສ່ຂອງການນຳແຂວງອານຢາງ ທີ່ໄດ້ຊ່ວຍປະຊາຊົນຊາວເຜົ່າຂະແມໃນແຂວງທຳການຜະລິດ, ພັດທະນາ ຊິວິດດ້ານເສດຖະກິດ, ວັດທະນະທຳ ແລະ ຈິດວີນຍານ.
ໃນໂອກາດນີ້, ແຂວງຊອກຈັງກໍ່ຈັດຕັ້ງການເຄື່ອນໄຫວອວຍພອນປີໃໝ່, ມອບຂອງຂວັນບັນດາຄອບຄົວນະໂຍບາຍຊາວຂະແມ, ພົບປະກັບພະສົງຢູ່ວັດຂະແມຕ່າງໆ ກໍ່ຄືຈັດຕັ້ງການເຄື່ອນໄຫວວັດທະນະທຳ, ສິລະປະ, ແຂ່ງຂັນກິລາ ເພື່ອອວຍພອນບຸນປີໃໝ່ Chol Chnam Thmay ຂອງຊາວເຜົ່າຂະແມປີ 2014 ເຊັນດຽວກັນ.