ການເຄື່ອນໄຫວຮັບເອົາ ຄຳເຫັນປະກອບໃສ່ຮ່າງ ລັດຖະທຳມະນູນປີ 1992 ສະບັບປັບປຸງ

ການເຄື່ອນໄຫວຮັບເອົາ ຄຳເຫັນປະກອບໃສ່ຮ່າງ ລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
(ພາບປະກອບ:
vtv.vn)

(vovworld)-​ ວັນ​ທີ 11/3, ຢູ່​ແຂວງ​ບ່າ​ເຣ້ຍຫວູງ​ເຕົາ, ຄະນະ​ປະຕິບັດ​ງານ​ຄະນະ​ຊີ້​ນຳ​ສູນ​ກາງ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ​ເປັນ​ຫົວໜ້າ​ຄະນະ​ໄດ້​ກວດກາ​ວຽກ​ງານ​ຈັດຕັ້ງການ​ຮັບ​ເອົາຄຳ​ເຫັນໃສ່ຮ່າງລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ  ​ເນັ້ນຫນັກ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ ທາງ​ແຂວງ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ຮ່າງ​ລັດຖະທຳມະນູນ​ເຖິງ​ປະຊາຊົນ, ຊ່ວຍ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ກ່ຽວ​ກັບລັດຖະທຳມະນູນຫຼາຍ​ກ່ວາ​ອີກ:

   “ການ​ປະກອບ​ຄຳ​ເຫັນ​ຍັງ​ຈະ​ແກ່ຍາວ​ຈົນ​ເຖິງ​ເວລາ​ຈັດການ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ. ສະນັ້ນ, ພວກ​ເຮົາ​ຕ້ອງ​ຮັກສາ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ໄວ້​ຢ່າງ​ເໝາະສົມ, ບົນ​ຈິດ​ໃຈ​ເໝືອນ​ກັບ​ບັ້ນດຳ​ເນີນ​ຊີວິດ​ດ້ານ​ກົດໝາຍ​ທີ່​ສຳຄັນ​ເພື່ອ​ສ້າງ​ຮ່າງ​ລັດຖະທຳ​ມະນູ​ນສຳ​ເລັດ“.

  ​ໃນ​ວັນ​ດຽວ​ກັນ, ຄະນະ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ, ສະມາຄົມ​ຊາວ​ກະສິກອນ​ແຂວງ​ກວາງ​ບິງ..... ກໍ່​ໄດ້​ຈັດການ​ປະຊຸມ ​ເພື່ອ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງລັດຖະທຳມະນູນປີ 1992 ສະບັບ​ປັບປຸງ​ເຊັ່ນ​ດຽວ​ກັນ.

  ກ່ອນໜ້ານັ້ນ, ຄືໃນວັນ​ທີ 10/3, ສະຫະພັນ​ຊາວ​ໜຸ່ມບັນດາ​​ແຂວງ​​ໃນເຂດ​ໄຕ​ງວຽນ ​ໄດ້​ຈັດຕັ້ງ​ຮັບ​ເອົາ​ຄຳ​ເຫັນໃສ່ຮ່າງລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ. ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ຫຼາຍ​ຄຳ​ເຫັນ​ສຳຄັນ, ​ໃນ​ນັ້ນ​ໄດ້​ປະກອບ​ຄຳ​ເຫັນ​​ຄວນ​ຮັກສາ​ມາດຕາ​ 66 ຂອງລັດຖະທຳ​ມະນູນປີ 1992 ຊື່​ງກຳນົດ​ສິດ ​ແລະ ພັນທະ​ຂອງ​ຊາວ​ໜຸ່ມ ​ແລະ ລຸ້ນໜຸ່ມ​ເພື່ອ​ແນ​ໃສ່​​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ໄວ​ໜຸ່ມ, ລຸ້ນໜຸ່ມ​ໃນ​ພາລະ​ກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໄວ້. ທ່ານ​ຟານ​ວັນ​ມ໋າຍ (Phan Văn Mãi) ​ເລຂາ​ປະຈຳ​ສູນ​ກາງ​​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ, ປະທານ​ສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ ​ໄດ້​ຮັບ​ຮູ້​​ບັນດາຄຳ​ເຫັນ​ຂອງ​​ຜູ້​ແທນ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ບັນດາ​ພະນັກງານ​ສະຫະພັນ​ຊາວ​ໜຸ່ມ ຈົ່ງ​ເສີມ​ຂະຫຍາຍ​ບົດບາດ​ປະດິດ​ສ້າງ, ປ່ຽນ​ໃໝ່​ວິທີ​ສຳ​ພັດກັບ​ບັນດາ​ເປົ້າໝາຍ​ຊາວ​ໜຸ່ມ. ​ໃນ​ນັ້ນ, ​ເອົາ​ໃຈ​ໃສ່​ເປັນ​​ພິ​ເສດ​ເຖິງ​ການ​ເຕົ້າ​ໂຮມ, ສາມັກຄີ​ຊາວ​ໜຸ່ມ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ຊາວ​ໜຸ່ມ​ຖື​ສາສະໜາ​ຕ່າງໆ….ສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ  ຍັງ​ຈັດການ​ພົບ​ປະ​ແລກປ່ຽນ, ພົບ​ປະ​ສົນທະນາ​ກັບສະມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ຊົນ​ເຜົ່າ​ສ່ວນ​ໜ້ອຍ 60 ຄົນ​ເພື່ອ​ຮັບ​ຟັງ​ຄວາມ​ໃນ​ໃຈ, ຄວາມ​ມຸ້ງ​ຫວັງຂອງ​ຊາວ​ໜຸ່ມ​ເພື່ອ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫ່ຍ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ​ຊຸດ​ທີ 10 ​ແລະ ມະຕິ​ກອງ​ປະຊຸມ​ໃຫ່ຍ​ຊາວ​ໜຸ່ມ​ຂັ້ນຕ່າງໆ ​ເຖິງ​ຮາກ​ຖານ​ຊາວ​ໜຸ່ມ​ຢູ່​ບັນດາ​ບ້ານ, ​ໂຮງຮຽນ​ມີ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.

 

 

ຂ່າວ/ບົດ​ອື່ນ