ການເຄື່ອນໄຫວເນື່ອງໃນໂອກາດວັນບຸນວິສາຂະບູຊາ
ພາບປະກອບ:internet
|
(vovword)- ວັນທີ 4/5, ເນື່ອງໃນໂອກາດວັນບຸນວິສາຂະບູຊາ 2012 ພສ 2556, ທ່ານ Nguyen The Thao ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ລົງຢ້ຽມຢາມ ແລະ ອວຍພອນສູນກາງສະມາຄົມພຸດທະສາສະຫນາ ຫວຽດນາມ ຢູ່ ວັດ Quan Su. ຕາງຫນ້າໃຫ້ການນຳນະຄອນ ແລະ ປະຊາຊົນນະຄອນຫລວງ ຮ່າໂນ້ຍ ສົ່ງຄຳອວຍພອນເຖິງພະມະຫາອາຈານ, ພະອາຈານ, ສະມາຄົມພຸດທະສາສະຫນາ ຫວຽດນາມ ແລະ ບັນດາພະສົງສາມະເນນ ສາສະນີກະຊົນຢູ່ພາຍໃນປະເທດ ເນື່ອງໃນໂອກາດວັນບຸນວິສາຂະບູຊາ. ທ່ານ Nguyen The Thao ປາດຖະຫນາວ່າ: ຜູ້ມີຍົດຖາບັນດາສັກສືບຕໍ່ຂົນຂວາຍສາສະນີກະຊົນປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດເປັນຢ່າງດີ, ສາມັກຄີພ້ອມກັບປະຊາຊົນທຸກຊັ້ນວັນນະ ຕັ້ງຫນ້າເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ, ການເຄື່ອນໄຫວກຸສົນ. ໃນວັນດຽວກັນ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ Nguyen The Thao ໄດ້ໄປຢ້ຽມຢາມ ແລະ ອວຍພອນສະມາຄົມພຸດທະສາສະຫນານະຄອນ ຮ່າໂນ້ຍ ຢູ່ ວັດ Ba Da ເມືອງ Hoan Kiem