(vovworld) - ຕອນຄ່ຳວັນທີ 14/09, ຢູ່ເມືອງ ແທງຈີ່, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດຕັ້ງ “ຄ່ຳຄືນຕ້ອນຮັບງານບຸນໄຫວ້ພະຈັນ 2016” ເພື່ອແນໃສ່ນຳມາໃຫ້ບັນດາພວກນ້ອງນ້ອຍເຍົາວະຊົນໄດ້ຕ້ອນຮັບງານບຸນໄຫວ້ພະຈັນຢ່າງເບີດບານມ່ວນຊື່ນ ແລະ ອົບອຸ່ນ, ເຕັມໄປດ້ວຍຄວາມຮັກແພງ. ໃນງານບຸນ, ພວກນ້ອງນ້ອຍເຍົາວະຊົນນະຄອນຫຼວງ ໄດ້ຮັບຊົມບັນດາລາຍການສະແດງສິລະປະ, ເຊີດສິງໂຕ ດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກຮ້ອງທີ່ມີຊື່ສຽງຫຼາຍຄົນ. ນອກນັ້ນ, ໃນງານບຸນຍັງໄດ້ມອບຂອງຂວັນ 1.000 ພູດໃຫ້ເດັກນ້ອຍນະຄອນທີ່ທຸກຍາກ ແຕ່ຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນ.
ແລະກໍ່ໃນຄ່ຳຄືນວັນທີ 14/09, ຢູ່ທ້ອງຖິ່ນຕ່າງໆຂອງແຂວງຊອກຈັງ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວເບີດບານມ່ວນຊື່ນ ຕ້ອນຮັບງານບຸນໄຫວ້ພະຈັນໃຫ້ບັນດານ້ອງນ້ອຍເຍົາວະຊົນໃນທົ່ວແຂວງ. ສ່ວນຢູ່ແຂວງ ທ໋າຍງວຽນ, ຄະນະກຳມະການປະຊາຊົນແຂວງ ທ໋າຍງວຽນ ໄດ້ຈັດລາຍການ “ຄ່ຳຄືນຕ້ອນຮັບງານບຸນໄຫວ້ພະຈັນ 2016”. ດ້ວຍການເຂົ້າຮ່ວມຂອງເດັກນ້ອຍ 400 ກວ່າຄົນ ຢູ່ບັນດາເມືອງ, ນະຄອນ, ເທດສະບານໃນແຂວງ. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງກໍ່ໄດ້ຈັດລາຍການມອບຂອງຂວັນ 400 ພູດ ເຊິ່ງມີມູນຄ່າ 400 ລ້ານດົງ ໃຫ້ບັນດານ້ອງນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກແຕ່ມີຜົນງານສູນໃນການຮ່ຳຮຽນ.