ການເຄື່ອນໄຫວເພື່ອສີ່ງແວດລ້ອມບໍ່ມີຂີ້ເຫຍື້ອ

(VOVWORLD) -

ວັນທີ 5 ພຶດສະພາ, ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງວັນທຳຄວາມດີ ດ້ວຍຫົວຂໍ້ ທຳຄວາມດີເພື່ອສີ່ງແວດລ້ອມປອດຂີ້ເຫຍື້ອ ໂດຍມີການເຂົ້າຮ່ວມຂອງສະມາຊິກຊາວໜຸ່ມ, ຊາວໜູ່ມເຍົາວະຊົນ ແລະ ປະຊາຊົນຮ່າໂນ້ຍເກືອບ 2000 ຄົນ.

ການເຄື່ອນໄຫວເພື່ອສີ່ງແວດລ້ອມບໍ່ມີຂີ້ເຫຍື້ອ - ảnh 1

(ພາບ: moitruong24h.vn)

  ຈຸດໂດດເດັ່ນຂອງລາຍການແມ່ນການເດີນຂະບວນຂອງກຳມະກອນບໍລິສັດອະນາໄມສີ່ງແວດລ້ອມ 20 ຄົນ ແລະ ການສະແດງຊຸດອາພອນເຮັດຈາກສິ່ງເສດເຫຼືອພິເສດຂອງນາງງາມ, ນາງແບບ 20 ຄົນ ຊື່ງໄດ້ສ້າງຄວາມປະທັບໃຈໃຫ້ຜູ້ເຂົ້າຮ່ວມທຸກຄົນ. ນາງໂດ້ທິກີມຮົວ, ຜູ້ອຳນວຍການສູນອາສາສະໝັກແຫ່ງຊາດໃຫ້ຮູ້ວ່າ:

  ສຳລັບລາຍການປີນີ້, ພວກຂ້າພະເຈົົ້າຢາກສົ່ງສານເຖິງວົງຄະນາຍາດວ່າ ການທຳຄວາມດີແມ່ນການກະທຳທີ່ພວກເຮົາເຮັດໃນທຸກວັນເພື່ອປົກປັກຮັກສາສິ່ງແວດລ້ອມເປັນຕົ້ນແມ່ນບໍ່ຖີ້ມຂີ້ເຫຍື້ອຊະຊາຍ, ອົາໄປຖີ້ມຖືກບ່ອນໄດ້ກຳນົດໄວ້, ແຍກປະເພດຂີ້ເຫຍື້ອ ແລະ ນຳໃຊ້ບັນດາຜະລິດຕະພັນເປັນມິດຕໍ່ສິ່ງແວດລ້ອມ.

    ນາງ ຫງວຽນທິມິງເຟືອງ ສະມາຊິກກຸ່ມທຳຄວາມສະອາດໜອງເກືອມໃຫ້ຮູ້ວ່າ: ເຖິງວ່າຝົນຕົກກໍຕາມແຕ່ນາງ ແລະ ໝູ່ເພື່ອນສະມາຊິກກໍ່ໄດ້ໄປເກັບຂີ້ເຫຍື້ອຢູ່ຂອບເຂດອ້ອມຂ້າງໜອງເກືອມ ແລະ ນີ້ແມ່ນວຽກງານປົກກະຕິໃນທຸກວັນອາທິດ:

    ໃນເວລາແຕ່ 8 ຫາ 8 ໂມງ 30 ນາທີຂອງທຸກວັນອາທິດ, ພວກຂ້າພະເຈົ້າກໍ່ມີໜ້າຢູ່ທີ່ນີ້ເພື່ອເກັບຂື້ເຫຍື້ອໃນເຂດອ້ອມຂ້າງໜອງເກືອມ ເພື່ອເຮັດໃຫ້ນະຄອນຫຼວງສະອາດງາມຕາ ແລະ ຍົກສູງສະຕິໃຫ້ແກ່ປະຊາຊົນ. ການເຄື່ອນໄຫວນີ້ແມ່ນສຳຄັນທີ່ສຸດ, ທຸກຄົນຕ້ອງພ້ອມກັນປະຕິບັດ, ປະເທດຊາດຈະສວຍງາມ ແລະ ມີຄວາມສີວິໄລ.

   ພາຍຫລັງການປຸກລະດົມວັນທຳຄວາມດີເພື່ອສິ່ງແວດລ້ອມ, ສະມາຊິກຊາວໜູ່ມ, ຊາວໜູ່ມເຍົາວະຊົນ ແລະ ປະຊາຊົນຮ່າໂນ້ຍ ເກືອບ 1000 ຄົນໄດ້ຂົ້າຮ່ວມການຍ່າງໂຄສະນາກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ເກັບຂີ້ເຫຍື້ອຢູ່ອ້ອມຂ້າງໜອງເກືອມ, ໂຄສະນາການຖີ້ມຂີ້ເຫຍື້ອຖືກບ່ອນໄດ້ກຳນົດຢູ່ເຂດຂາຍເຄື່ອງສາທາລະນະ, ໂຄສະນາກ່ຽວກັບຜົນຮ້າຍຂອງຖົງຢາງ ແລະ ແຈກຢາຍຖົງໄປຕະຫຼາດນຳໃຊ້ໄດ້ຫຼາຍເທື່ອໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ