ການເຄື່ອນໄຫວແທດຈິງຫລາຍຢ່າງເພື່ອສະເຫຼີມສະຫຼອງ87ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ
ແຂວງ ເຊີນລາ ກໍ່ຈັດຕັ້ງພິທີພົບປະສັງສັນສະເຫຼີມສະຫຼອງ
87 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ
(vovworld) – ສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 – 03/02/2017), ຕອນຄ່ຳວັນທີ 03/02 ຢູ່ສວນສາທາລະນະອະນຸສາວະລີ ປະທານ ໂຮ່ຈີມິນ, ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການສິລະປະດ້ວຍຫົວຂໍ້ວ່າ “ຈົ່ງຮັກພັກດີ ໄວ້ເນື້ອເຊື່ອໃຈຕໍ່ພັກ”. ບັນດາລາຍການຟ້ອນລຳທຳເພງທີ່ເປັນເອກະລັກສະເພາະໄດ້ແນະນຳໂດຍສັງເຂບປະຫວັດສາດຂອງ ຫວຽດນາມ ດ້ວຍຄວາມໄຝ່ຝັນ, ມຸ່ງຫວັງ, ຮັກຫອມສັນຕິພາບ ແລະ ເຈດຈຳນົງພິລາອາດຫານບໍ່ຍອມຈຳນົນ, ເຊິ່ງໄດ້ສືບທອດ ແລະ ເພີ່ມພູນຄູນສ້າງຜ່ານຫລາຍລຸ້ນຄົນຂອງຊາວ ຫວຽດນາມ.
ວັນທີ 03/02 ຢູ່ແຂວງ ຊອກຈັງ ຈັດຕັ້ງພິທີສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 – 03/02/2017). ກ່າວຄຳເຫັນທີ່ພິທີ ທ່ານ ຫງວຽນວັນເຖ ເລຂາຄະນະພັກແຂວງ ຊອກຈັງ ເນັ້ນໜັກວ່າ: 87 ປີຜ່ານມາ, ພ້ອມກັນປະຊາຊົນໃນທົ່ວປະເທດ, ບັນດາຊົນເຜົ່າ ກິງ - ຄະເມ - ຈີນ ໃນບໍລິເວນແຂວງໄດ້ສ້າງຜົນງານຫລາຍຢ່າງ, ປະກອບສ່ວນປະຕິບັດສຳເລັດການປະຕິວັດຊາດປະຊາທິປະໄຕປະຊາຊົນ, ທ້ອນໂຮມປະເທດຊາດເປັນເອກະພາບພ້ອມກັບທົ່ວປະເທດ, ສ້າງລັດທິສັງຄົມ ແລະ ປະຕິບັດພາລະກິດປ່ຽນໃໝ່.
ແລະໃນວັນດຽວກັນແຂວງ ອາຢາງ ຈັດຕັ້ງພິທີມອບກາໝາຍພັກໃຫ້ບັນດາສະມາຊິກພັກທີ່ມີອາຍຸພັກຫລາຍປີ ເນື່ອງໃນໂອກາດສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ. ແຂວງ ເຊີນລາ ກໍ່ຈັດຕັ້ງພິທີພົບປະສັງສັນສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ