ບັນດາການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ,
ແນວໂຮມປະເທດຊາດເຂົ້າຢ້ຽມຂ່ຳນັບສຸສານປະທ່ານໂຮ່ຈິມິນ
(ພາບ:vov.vn)
(VOV)- ຕອນເຊົ້າວັນທີ 29/12, ບັນດາການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດໄດ້ເຂົ້າຢ້ຽມຂ່ຳນັບສຸສານປະທ່ານໂຮ່ຈິມິນ. ກ່ອນໜ້ານັ້ນ, ຄືໃນວັນທີ 28/12, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ພົບປະກັບນັກຮົບເກົ່າເຫຼ່ົາທັບປ້ອງກັນອາກາດຫວຽດນາມ. ໃນວັນດຽວກັນ, ກອງບັນຊາການເຫຼ່ົາທັບປ້ອງກັນອາກາດຫວຽດນາມ ໄດ້ຈັດງານພົບປະແລກປ່ຽນຕົວພະຍານປະຫວັດສາດດ້ວຍຫົວຂໍ້: “ຮ່າໂນ້ຍ 12 ວັນ ແລະ ຄືນ-ຄວາມມຸ້ງຫວັງ ແລະ ກຽດສະຫງ່າ“. ຄະນະຊາວໜຸ່ມເມືອງຊອກເຊີນ ໄດ້ຈັດງານລາຕີ “ໄຊຊະນະຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ, 40 ປີທີ່ສະຫງ່າອົງອາດ ແລະ ເອກອ້າງທະນົງໃຈ“. ໃນຊຸມວັນນີ້, ໃນທົ່ວປະເທດຫວຽດນາມ ໄດ້ຈັດບັນດາການເຄື່ອນໄຫວສະເຫຼີມສະຫຼອງໄຊຊະນະຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ. ວັນທີ 26/12, ການນຳພັກ, ລັດ, ນະຄອນຮ່າໂນ້ຍ ໄດ້ຈັດພິທີອາໄລຫາປະຊາຊົນຖຶກເສຍຊີວິດຍ້ອນເຮືອບິນ B52 ຂອງອາເມລິກາ ຖີ້ມລະເບີດຢູ່ອະນຸສາວະລີເຄີມທຽນ-ຮ່າໂນ້ຍ.