ການເຄື່ອນໄຫວ ລະນຶກ 35 ປີ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ລາວ ຫວຽດນາມ
ງານໂຮມຊຸມນຸມມິດຕິງລະນຶກ 35 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບການ
ຮ່ວມມື ລາວ - ຫວຽດນາມ, ຫວຽດນາມ - ລາວ ຢູ່ ວຽງຈັນ
ພາບ: internet |
(vovworld) -ຕອນເຊົ້າວັນທີ 18/7 ຢູ່ ນະຄອນຫລວງ ວຽງຈັນ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ ແລະ ລັດຖະບານ ສປປ ລາວ ໄດ້ຈັດຕັ້ງງານໂຮມຊຸມນຸມມິດຕິງລະນຶກ 50 ປີ ແຫ່ງວັນສ້າງສາຍພົວພັນທາງການທູດ ແລະ 35 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, ລາວ - ຫວຽດນາມ. ກ່າວຄຳປາໄສນະທີ່ນີ້, ທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ເນັ້ນຫນັກວ່າ: ປະຈຸບັນ ໃນສະພາບການສາກົນ ແລະ ພາກພື້ນ ພວມມີການຜັນແປຢ່າງວ່ອງໄວ ແລະ ສັບສົນ, ການເພີ່ມທະວີ ແລະ ປັບປຸງຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຍິ່ງມີຄວາມໝາຍສຳຄັນ, ແມ່ນປັດໄຈຮັບປະກັນໄຊຊະນະຂອງພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ. ກ່າວຄຳປາໄສນະງານໂຮມຊຸມນຸມມິດຕິງ, ທ່ານ Le Hong Anh ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ເນັ້ນຫນັກວ່າ: ຫວຽດນາມ ຢືນຢັນແນວທາງ, ນະໂຍບາຍສະເໝີຕົ້ນສະເຫມີປາຍຂອງ ຫວຽດນາມ ແມ່ນຍາມໃດກໍຖືເປັນສຳຄັນ ແລະ ເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບ ປະເທດລາວອ້າຍນ້ອງ ຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃຫມ່ ເພື່ອຄວາມຈະເລີນຮຸ່ງເຮືອງຂອງສອງປະເທດ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.