ການເຈລະຈາກ່ຽວກັບນະໂຍບາຍດ້ານກະສິກຳ ຫວຽດນາມ - ອົດສະຕາລີ

(VOVWORLD) -ວັນທີ 8 ພຶດສະພາ, ຢູ່ ນະຄອນຫຼວງ Canberra, ປະເທດ ອົດສະຕາລີ ໄດ້ດຳເນີນການເຈລະຈາກ່ຽວກັບນະໂຍບາຍດ້ານກະສິກຳ ຫວຽດນາມ - ອົດສະຕາລີ ຄັ້ງທີ 2. ໂດຍທ່ານ ເລກວັກແຢວງ, ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມການເຈລະຈາຄັ້ງນີ້.

ການເຈລະຈາກ່ຽວກັບນະໂຍບາຍດ້ານກະສິກຳ ຫວຽດນາມ - ອົດສະຕາລີ - ảnh 1ທ່ານ ເລກວັກແຢວງ, ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມເຂົ້າຮ່ວມການເຈລະຈາ

(ພາບ: Khanh Linh/TTXVN)

ທີ່ການເຈລະຈາ, ຝ່າຍ ຫວຽດນາມ ສະເໜີ ອົດສະຕາລີ ຍູ້ແຮງຄວາມຄືບໜ້າໃນການເປີດປະຕູຕະຫຼາດສຳລັບໝາກນອດ ແລະ ໝາກລຳໄຍຂອງ ຫວຽດນາມ. ທ່ານ ເລກວັກແຢວງ, ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ:

        “ບັນດາຜະລິດຕະພັນກະເສດຫວຽດນາມ ສ່ວນຫຼາຍແມ່ນບໍ່ມີຄວາມແກ່ງແຍ້ງໂດຍກົງ ແຕ່ເພີ່ມເຕີມໃຫ້ກັນ ແລະ ກັນ, ຍ້ອນແນວນັ້ນ ນີ້ຈຶ່ງແມ່ນກາລະໂອກາດ ເພື່ອໃຫ້ພວກເຮົາສືບຕໍ່ຍົກສູງວົງເງິນການຄ້າສົ່ງອອກຜະລິດຕະພັນກະເສດ 2 ສົ້ນ. ປັດຈຸບັນ ຫວຽດນາມ ແມ່ນຕະຫຼາດຜະລິດຕະພັນກະເສດໃຫຍ່ແຫ່ງໜຶ່ງທີ່ນຳເຂົ້າຈາກ ອົດສະຕາລີ ແຕ່ກົງກັນຂ້າມ ຫວຽດນາມ ກໍແມ່ນປະເທດທີ່ມີຜະລິດຕະພັນກະເສດເຂດຮ້ອນຫຼາຍຢ່າງ, ເປັນເອກະລັກສະເພາະທີ່ສຸດ ແລະ ສາມາດສົ່ງອອກໄປຍັງ ອົດສະຕາລີ ຫຼາຍກວ່າອີກ”.

        ສ່ວນທ່ານ Malcolm Thompson, ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ແຫຼ່ງຊັບພະຍາກອນນ້ຳ ປະເທດ ອົດສະຕາລີ ກໍສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການປຶກສາຫາລືກ່ຽວກັບການເປີດປະຕູຕະຫຼາດສຳລັບຜັກໝາກໄມ້, ຊີ້ນສັດ ແລະ ບັນດາຜະລິດຕະພັນກະເສດອື່ນໆໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ