( vovworld ) – ວັນທີ 31/3, ທ່ານນາງ Hillary Clinton ລັດຖະມົນຕີການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ: 6 ປະເທດມະຫາອຳນາດ ແລະ Iran ຫາກໍເຫັນດີຈະຈັດການປະຊຸມຢູ່ Istanbul ປະເທດຕວກກີ ເພື່ອແນໃສ່ເຊື່ອມຕໍ່ບັນດາການເຈລະຈາ ທີ່ຖືກຢຸດສະງັກ ທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍທີ່ໄດ້ກໍ່ການໂຕ້ຖຽງຂອງ Iran ໃນວັນທີ 13/4 ທີ່ຈະມາເຖິງ. ກ່າວຄຳເຫັນທີ່ການປະຊຸມຂ່າວ ພາຍຫຼັງກອງປະຊຸມດ້ານຄວາມສະຫງົບປອດໄພຢູ່ ອາຣາບີ ຊາອຸດີ, ທ່ານນາງລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ເນັ້ນໜັກວ່າ: ການເຈລະຈາຄັ້ງຕ່າງໆດ້ານນິວເຄຼຍລະຫວ່າງ 6 ປະເທດມະຫາອຳນາດ ແລະ Iran ເພື່ອແນໃສ່ຈຸດປະສົງສະກັດກັ້ນປະເທດອິດສະລາມນີ້ພັດທະນາອາວຸດນິວເຄຼຍ. ທ່ານນາງ Hillary Clinton ກໍສະແດງຄວາມລະແວງສົງໄສຕໍ່ເຈດຕະນາຂອງ Iran ໃນການເຂົ້າຮ່ວມການເຈລະຈາ ເພື່ອຊອກຫາມາດຕະການຢູ່ Istanbul. ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຕວກກີ Recep Tayip Erdogan ໄດ້ຮັບຮູ້ວ່າ ກຸ່ມ P5+1 ແລະ Iran ໄດ້ກຽມພ້ອມຈັດຮອບເຈລະຈາຄັ້ງຕໍ່ໄປຢູ່ Istanbul ແລ້ວ ພ້ອມທັງໃຫ້ຮູ້ວ່າ ຕວກກີ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ເພື່ອແນໃສ່ຈັດບັນຫານິວເຄຼຍ ໂດຍຜ່ານບັນດາມາດຕະການທາງການທູດ.