ການເຈລະຈາຂັ້ນສູງລະຫວ່າງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມແລະສະຫະສະມາຄົມປຊຊສິງກະໂປ
ທ່ານຫງວຽນທ້ຽນເຍີນ ແລະ ທ່ານ Ang Hak Seng
(ພາບ: TTXVN)
(vovworld) - ໂດຍຮັບຄຳເຊີນຂອງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະຜູ້ແທນຂັ້ນສູງສະຫະສະມາຄົມປະຊາຊົນສິງກະໂປ ໂດຍທ່ານ Ang Hak Seng, ຜູ້ອຳນວຍການຝ່າຍບໍລິຫານສະຫະສະມາຄົມນຳໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 21-27/10/2014. ຕອນບ່າຍວັນທີ 22/10, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຂັ້ນສູງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເປັນຫົວໜ້າຄະນະ, ໄດ້ມີການເຈລະຈາ ກັບຄະນະຜູ້ແທນຂັ້ນສູງສະຫະສະມາ ຄົມປະຊາຊົນສິງກະໂປ ໂດຍທ່ານ Ang Hak Seng , ຜູ້ອຳນວຍການຝ່າຍບໍລິຫານສະຫະສະມາຄົມເປັນຫົວໜ້າຄະນະ. ທ່ານປະທານຫງວຽນທ້ຽນເຍີນ ແລະ ທ່ານ Ang Hak Seng ໄດ້ແຈ້ງໃຫ້ກັນ ຊາບສະພາບເສດຖະກິດ-ສັງຄົມໃນ 9 ເດືອນປີ 2014 ຂອງ 2 ປະເທດກໍ່ຄືໝາກຜົນການເຄື່ອນໄຫວຂອງ 2 ອົງການ; ແລກປ່ຽນ, ປຶກສາຫາລື, ເປັນເອກະພາບບັນດາເນື້ອໃນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ພາຍຫຼັງການເຈລະຈາ, ທ່ານຫວູຈ້ອງກິມ, ຮອງປະທານທັງເປັນເລທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ທ່ານ Ang Hak Seng, ຜູ້ອຳນວຍການຝ່າຍບໍລິຫານສະຫະສະມາຄົມປະຊາຊົນສິງກະໂປ, ໄດ້ລົງນາມໃນບົດບັນທຶກຊ່ວຍຈຳໂຄງການຮ່ວມມື ລະຫວ່າງ 2 ຝ່າຍໃນໄລຍະ 2014-2016, ພາຍໃຕ້ເປັນການສັກຂີພິຍານຂອງທ່ານປະທານຫງວຽນທ້ຽນເຍີນ.
ເນື່ອງໃນໂອກາດນີ້, ຄະນະຜູ້ແທນຂັ້ນສູງສະຫະສະມາຄົມປະຊາຊົນສິງກະໂປ ຈະຢ້ຽມຢາມ ແລະ ເຮັດວຽກກັບ: ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນໂຮ່ຈິມິນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງບາເກ້ຍ-ວຸ້ງເຕົ່າ; ຢ້ຽມຢາມບາງສະຖານທີ່ປະຫວັດສາດ, ວັດທະນະທຳຂອງຫວຽດນາມ.