(vovworld) – ໃນຂອບເຂດການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ, ວັນທີ 25/7, ຢູ່ທຳນຽບຂາວ ທີ່ ວໍຊິງຕັນ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ແລະ ທ່ານປະທານາທິບໍດີ Barack Obama ໄດ້ມີການເຈລະຈາກ່ຽວກັບບັນດາບັນຫາສຳຄັນໃນການຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ - ອາເມລິກາ ກໍ່ຄືບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ທີ່ການເຈລະຈາ, ທ່ານປະທານາທິບໍດີ Barack Obama ແລະ ທ່ານປະທານປະເທດ ເຈືອງເຕີນຊາງ ເຫັນດີສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໂດຍອີງໃສ່ບັນດາຫຼັກການເຄົາລົບກົດບັດສະຫະປະຊາຊາດ, ກົດໝາຍສາກົນ, ເຄົາລົບລະບອບການເມືອງ, ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ. ການນຳ ຫວຽດນາມ ແລະ ອາເມລິກາ ເນັ້ນໜັກວ່າການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນແມ່ນພື້ນຖານ ແລະ ກຳລັງໜູນຂອງຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ, ຢັ້ງຢືນຄຳໝັ້ນສັນຍາສຳເລັດການເຈລະຈາສັນຍາຮ່ວມມືເຂດ ປາຊີຟີກ (TPP) ໃນເວລາໄວທີ່ສຸດ, ໃນປີນີ້.
ທ່ານປະທານາທິບໍດີ Barack Obama ຊົມເຊີຍບັນດາຜົນງານປ່ຽນໃໝ່ດ້ານເສດຖະກິດຂອງ ຫວຽດນາມ, ຮັບຮູ້ຄວາມເອົາໃຈໃສ່ຂອງ ຫວຽດນາມ ກ່ຽວກັບເລື່ອງ ອາເມລິກາ ຮັບຮອງ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດ. ການນຳ 2 ປະເທດເຫັນດີເປັນເອກະພາບເພີ່ມທະວີການສົມທົບໃນບັນດາເວທີປາໄສສາກົນ ແລະ ພາກພື້ນ. ການນຳ 2 ທ່ານໄດ້ຢັ້ງຢືນຄືນໃໝ່ສະໜັບສະໜູນການແກ້ໄຂການພິພາດກັນຢູ່ທະເລຕາເວັນອອກດ້ວຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS), ພ້ອມທັງຢືນຢັນຄືນໃໝ່ເລື່ອງສະໜັບສະໜູນຫຼັກການບໍ່ນຳໃຊ້ອາວຸດ ແລະ ນາບຂູ່ນຳໃຊ້ອາວຸດ ເພື່ອແກ້ໄຂການພິພາດກັນບົນທະເລ ແລະ ພາກພື້ນ.
2 ຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບາງບັນຫາທີ່ຍັງມີຄວາມເຫັນທີ່ແຕກຕ່າງກັນ, ໃນນັ້ນມີບັນຫາສິດທິມະນຸດ, ເຫັນດີເປັນເອກະສັນສືບຕໍ່ຜ່ານການສົນທະນາ ທີ່ມີລັກສະນະສ້າງສັນ ແລະ ເຄົາລົບນັບຖືເຊິ່ງກັນ ແລະ ກັນ ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຫລຸດຜ່ອນຄວາມແຕກຕ່າງກັນ, ບໍ່ປະໃຫ້ບັນຫານີ້ສົ່ງຜົນສະທ້ອນເຖິງການພົວພັນທີ່ພວມພັດທະນາຢ່າງດີງາມລະຫວ່າງ 2 ປະເທດ.
ພາຍຫຼັງການເຈລະຈາ, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ທ່ານປະທານາທິບໍດີ Obama ມີການພົບປະກັບສື່ມວນຊົນເພື່ອປະກາດໝາກຜົນຂອງການເຈລະຈາ. ຕີລາຄາສູງໝາກຜົນຂອງການເຈລະຈາ, ທ່ານປະທານປະເທດ ເຈືອງເຕີນຊາງ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ປຶກສາຫາລືຢ່າງແໜ້ນແຟ້ນ ແລະ ເລິກເຊິ່ງກ້ວາງຂວາງກ່ຽວກັບທາງດ້ານການເມືອງການຕ່າງປະເທດ, ບັນຫາວິທະຍາສາດເຕັກໂນໂລຢີ, ປ້ອງກັນຊາດປ້ອງກັນຄວາມສະຫງົບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ກ່ຽວກັບບັນຫາ ຊາວ ຫວຽດນາມ ດຳລົງຊີວິດ ຢູ່ ອາເມລິກາ ກໍ່ຄືບັນຫາສິດທິມະນຸດ... ຢ່າງກົງໄປກົງມາ ແລະ ເຕັ້ມໄປດ້ວຍລັກສະນະສ້າງສັນ. ພວກຂ້າພະເຈົ້າບັນລຸໄດ້ຄວາມເຫັນດີເປັນເອກະສັນສູງສຸດ. ໃນຕໍ່ໜ້າຈະເພີ່ມທະວີການພົບປະຂັ້ນສູງຂອງ 2 ປະເທດກ່ວາອີກ, ພ້ອມທັງເພີ່ມທະວີການຍົກລະດັບບັນດາກົນໄກການພົວພັນສົນທະນາຂັ້ນຕ່າງໆຢ່າງເໝາະສົມ. ຂ້າພະເຈົ້າຖືວ່າ: ນີ້ແມ່ນພື້ນຖານສຳຄັນທີ່ສຸດເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງສຸດ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ”
ທ່ານປະທານາທິບໍດີ Barack Obama ກໍ່ເນັ້ນໜັກເຖິງຄວາມປາດຖະໜາຢາກມີການຮ່ວມມືລະຫວ່າງ 2 ປະເທດກໍ່ຄືແງ່ຫວັງຮ່ວມມືໃໝ່ບົນພື້ນຖານສ້າງຕັ້ງຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ທ່ານກ່າວວ່າ:
“ອີກເທື່ອໜຶ່ງ ຂໍຂອບອົກຂອບໃຈທ່ານປະທານປະເທດທີ່ໄດ້ມາຢ້ຽມຢາມ ອາເມລິກາໃນຄັ້ງນີ້. ນີ້ແມ່ນໂອກາດເພື່ອໃຫ້ 2 ປະເທດພວກເຮົາພັດທະນາການຮ່ວມມື, ໃນໄລຍະຈະມາເຖິງ . ແຕ່ພວກເຮົາຄວນເພີ່ມທະວີການຮ່ວມມືດ້ານການຄ້າ, ວິທະຍາສາດ ກໍ່ຄືໃນບັນດາຂົງເຂດອື່ນກ່ວາອີກ, ສິ່ງດັ່ງກ່າວຈະນຳມາເຊິ່ງຜົນປະໂຫຍດ ແລະ ຄວາມວັດທະນາຖາວອນໃຫ້ທັງ 2 ປະເທດ.”
ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມີການພົບປະກັບຄະນະພົວພັນຕ່າງປະເທດສະພາສູງ ອາເມລິກາ
(ພາບ: TTXVN)
ແລະ ກໍ່ໃນວັນທີ 25/07, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມີການພົບປະກັບທ່ານສະມາຊິກສະພາສູງ Patrick Leahy, ປະທານຜູ້ປະຈຳການສະພາສູງ ອາເມລິກາ. ທ່ານປະທານປະເທດ ເຈືອງເຕີນຊາງ ຕີລາຄາສູງບົດບາດຂອງທ່ານ Leahy ແລະ ສະພາສູງ ອາເມລິກາ ໃນການຊຸກຍູ້ການພົວພັນລະຫວ່າງ 2 ປະເທດ. ທ່ານປະທານປະເທດເຈືອງເຕີນຊາງ ປາດຖະໜາວ່າ ທ່ານ Leahy ຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.
ເນື່ອງໃນການຢ້ຽມຢາມ ອາເມລິກາ ຂອງທ່ານປະທານປະເທດ ເຈືອງເຕີນຊາງ, ແຕ່ວັນທີ 24 – 26/7, ທ່ານປະທານາທິບໍດີ Barack Obama ແລະ ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເຫັນດີເປັນເອກະສັນອອກຖະແຫຼງການຮ່ວມ ຫວຽດນາມ - ອາເມລິກາ. ການນຳ 2 ທ່ານໄດ້ຕົກລົງສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ເພື່ອແນໃສ່ສ້າງຂອບເຂດສັງລວມເພື່ອຊຸກຍູ້ການພົວພັນ. ການນຳ 2 ທ່ານຖະແຫຼງວ່າ: ການພົວພັນຄູ່ຮ່ວມມືຮອບດ້ານເພື່ອແນໃສ່ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນຂອງແຕ່ລະປະເທດ, ໃນພາກພື້ນ ແລະ ໃນທົ່ວໂລກ.
ເນື່ອງໃນໂອກາດທ່ານປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ, ໜັງສືພິມໄປສະນີວໍຊິງເຕັນ (The Washington Post) ຂອງ ອາເມລິກາ ສະບັບອອກວັນທີ 25/07, ໄດ້ລົງພິມສານຂອງທ່ານປະທານປະເທດ ເຈືອງເຕີນຊາງ ໂດຍຊີ້ແຈ້ງວ່າ: ຫວຽດນາມ ແລະ ອາເມລິກາ ໄດ້ມີໄລຍະທາງທີ່ຍາວນານບົນເສັ້ນທາງເພີ່ມພຸນຄຸນສ້າງການພົວພັນຮ່ວມມື ແລະ ສ້າງສັນ, ບົນພື້ນຖານເຄົາລົບນັບຖືເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ດ້ວຍຄວາມຕັດສິນໃຈ ແລະ ເຈດຕະນາດີຂອງທັງ 2 ຝ່າຍ, 2 ຝ່າຍຈະມານະພະຍາຍາມກວ່າອີກ ເພື່ອນຳການພົວພັນຮ່ວມມືລະຫວ່າງຫວຽດນາມ - ອາເມລິກາ ກ້າວເຂົ້າສູ່ໄລຍະໃໝ່ ໃຫ້ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ມີປະສິດທິຜົນ.