(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີສີລັງກາ Ranil Wickremesinghe ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 16 – 18/04. ຕອນເຊົ້າວັນທີ 17/04, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ Ranil Wickremesinghe. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບສີລັງກາ ເປັນສຳຄັນ. ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານການເມືອງ, ການທູດຜ່ານການເພີ່ມທະວີການແລກປ່ຽນບັນດາການຢ້ຽມຢາມ ແລະ ການພົບປະຂັ້ນສູງ ແລະ ທຸກຂັ້ນ; ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ແບ່ງປັບຂໍ້ມູນຂ່າວສານ, ບົດຮຽນໃນການປະຕິບັດກົດໝາຍ; ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ. ນາຍົກລັດຖະມົນຕີ 2 ທ່ານໄດ້ຫັນດີນຳກັນຈະເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ; ເສີມຂະຫຍາຍບົດບາດ ແລະ ປະກອບສ່ວນຊຸກຍູ້ອາຊຽນ ແລະ ສະຫະສະມາຄົມຮ່ວມມືພາກພື້ນອາຊີໃຕ້ (SAARC) ເພີ່ມທະວີການຮ່ວມມື ແລະ ການເຊື່ອມຕໍ່ທຸກດ້ານ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ອາຊີ. 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕະພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ, ຄວາມເສລີໃນການເດີນທະເລ, ການບິນ, ແກ້ໄຂການຂັດແຍ້ງກັນຜ່ານບັນດາມາດຕະການສັນຕະພາບ, ເໝາະສົມກັບກົດໝາຍສາກົນ.
ພາຍຫຼັງການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານ 2 ສະບັບ (ແຜນການຮ່ວມມືກ່ຽວກັບການພັດທະນາກະສິກຳໄລຍະ 2017 – 2019 ແລະ ຂໍ້ຕົກລົງຮ່ວມມືກ່ຽວກັບການສຶກສາໄລຍະ 2017 - 2021). ເມື່ອພົບປະກັບສື່ມວນຊົນ, ແຈ້ງໃຫ້ຊາບກ່ຽວກັບໝາກຜົນການເຈລະຕາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ.
“ຫວຽດນາມ ແລະ ສີລັງກາ ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປ້ອງກັນຕ້ານອາດຊະຍາກຳ, ກໍ່ຄືວຽກງານບຳລຸງສ້າງ ແລະ ຮ່ວມມືໃນຂົງເຂດກະສິກຳ. ພວກຂ້າພະເຈົ້າໄດ້ເປັນເອກະພາບຈະຍູ້ແຮງວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 1 ຕື້ USD ແລະ ຈະສ້າງທຸກເງື່ອນໄຂສະດວກທີ່ສຸດໃຫ້ບັນດານັກລົງທຶນ, ບັນດາວິສາຫະກິດຂອງຫວຽດນາມ ແລະ ສີລັງກາ ຮ່ວມມືທຳມາຫາກິນ, ແລກປ່ຽນ. ຕັ້ງໜ້າຜັນຂະຫຍາຍສັນຍາສົ່ງເສີມ ແລະ ປົກປ້ອງການລົງທຶນ ກໍຄືບັນຊີລາຍຊື່ບັນດາຂົງເຂດສົ່ງເສີມການລົງທຶນ, ໂດຍສະເພາະແມ່ນໃນບາງຂົງເຂດຄື: ພະລັງງານ, ວິທະຍາສາດເຕັກໂນໂລຊີ, ການບິນ ແລະ ການທ່ອງທ່ຽວ, ການສຶກສາບຳລຸງສ້າງ….”
ສ່ວນທ່ານນາຍົກລັດຖະມົນຕີ Ranil Wickremesinghe ຊີ້ແຈ້ງວ່າ, ການຢ້ຽມຢາມແມ່ນເພື່ອແນໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີມາແຕ່ດົນນານ ແລະ ໄດ້ເປີດບັນດາຂົງເຂດຮ່ວມມືໃໝ່ກ່ຽວກັບດ້ານເສດຖະກິດ, ວັດທະນະທຳ, ການພົບພັນແລກປ່ຽນປະຊາຊົນ ແລະ ການສຶກສາບຳລຸງສ້າງ.
ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີສີລັງກາ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ; ພົບປະກັບທ່ານປະທານປະເທດ ເຈີນດ້າຍກວາງ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.
ຕອນບ່າຍວັນທີ 17/04, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີສີລັງກາ Ranil Wickremesinghe. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢືນຢັນວ່າ, ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບສີລັງກາ; ທ່ານປາດຖະໜາວ່າການພົນພັນລະຫວ່າງ 2 ປະເທດຈະສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ, ຕອບສະໜອງໄດ້ຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ. ທ່ານເລຂາທິການໃຫຍ່ ສະເໜີໃຫ້ 2 ຝ່າຍມີບັນດາມາດຕະການລະອຽດເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໂດຍໄວ ແລະ ມີປະສິດທິຜົນ.
ຕອນບ່າຍວັນທີ 17/04, ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ Ranil Wickremesinghe, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ໄດ້ຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບສະພາແຫ່ງຊາດສີລັງກາ ເພື່ອນຳການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ. ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ສະເໜີໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ… ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຂອບໃຈສີລັງກາ ໄດ້ມີທັດສະນະຢ່າງຈະແຈ້ງ. ຍາມໃດຫວຽດນາມ ກໍ່ປາດຖະໜາ ແລະ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລມີ 1982, ສະໜັບສະໜູນລັກສະນະເຄົາລົບກົດໝາຍຢູ່ບັນດາເຂດທະເລ ແລະ ມະຫາສະມຸດ.
ສ່ວນທ່ານນາຍົກລັດຖະມົນຕີ Ranil Wickremesinghe ປາດຖະໜາວ່າ, 2 ປະເທດຈະມີບັນດາມາດຕະການຢ່າງລະອຽດເພື່ອແນໃສ່ຊຸກຍູ້ດ້ານເສດຖະກິດ, ການຄ້າໃຫ້ຂຶ້ນສູ່ລະດັບສູງໃໝ່. ກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດ, ຕ້ອງຍູ້ແຮງການພົວພັນແລກປ່ຽນລັດຖະສະພາ…
ແລະ ກໍເນື່ອງໃນໂອກາດການມາຢ້ຽມຢາມຫວຽດນາມຂອງທ່ານນາຍົກລັດຖະມົນຕີ Ranil Wickremesinghe, 2 ຝ່າຍໄດ້ອອກຖະແຫຼງການຮ່ວມຫວຽດນາມ-ສີລັງກາ. ຖະແຫຼງການຮ່ວມໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ Ranil Wickremesinghe ໄດ້ເຈລະຈາກັບນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ; ພົບປະກັບທ່ານປະທານປະເທດ ເຈີນດ້າຍກວາງ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.