ການເຈລະຈາຂອງເຈົ້າໜ້າທີ່ຂັ້ນສູງຈີນ - ຍີ່ປຸ່ນ

ການເຈລະຈາຂອງເຈົ້າໜ້າທີ່ຂັ້ນສູງຈີນ - ຍີ່ປຸ່ນ - ảnh 1
(ພາບປະກອບ)

​(vovworld) - ວັນ​ທີ 25/05, ຫົວໜ້າ​ກົມ​ອາຊີສັງ​ກັດ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Junichi Ihara ​ແລະ ຜູ້​ຮ່ວມ​ຕຳ​ແໜ່​ງຈີນ ​ໂຄງ​ຊວຽນ​ເຢົາ ​ໄດ້​ຈັດ​ກອງ​ປະຊຸມ​ລັບ​ຢູ່​ປັກ​ກິ​ງ. ການ​ນຳ​ທາງ​ການ​ທູດ​ຍີ່ປຸ່ນ ​ແລະ ຈີນ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ວິທີ​​ດີ​ທີ່​ສຸດ​ເພື່ອ​ຊຸກຍູ້​ວິວັດ​ທະນະ​ການ​​ແກ້​ໄຂການ​ພົວພັນ 2 ຝ່າຍ​ທີ່​ພວມເຄັ່ງ​ຕຶງ​ ຍ້ອນ​ບັນດາ​ການ​ຂັດ​ແຍ້​ງອະທິປະ​ໄຕ ​ແລະ ຄວາມບໍ່​ລົງ​ລອຍ​ກັນ​ໃນ​ປະຫວັດສາດ​ແຫ່ງ​ສົງຄາ​ມ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ Ihara, ຫົວໜ້າ​ກົມ​ອາຊີທັງ​ເປັນ​ຫົວໜ້າ​ຄະນະ​ເຈລະຈາ​ຍີ່ປຸ່ນ ກ່ຽວ​ກັບສປປ.​ເກົາຫຼີ ​​ໄດ​້ມີ​ການ​ພົບ​ປະ​ກັບ​ທູດ​ພິ​ເສດ​ຂອງຈີ​ນ, ຜູ້ຮັບຜິດຊອບ​ບັນຫາ ສປປ.​ເກົາຫຼີ ຫວູຕາຍ​ເວີຍ. ການ​ພົບ​ປະ​ດັ່ງ​ກ່າວ​ຖື​ດຳ​ເນີ​ນ​ໄປ​ໃນ​ສະພາບ​ທີ່ພຽງ​ຢາງ ປະຕິບັດ​ການ​ຍິງໂທດ​ລອງ​ລູກ​ສອນ​ໄຟ ​ແລະ ຖະ​ແຫຼ​ງວ່າ, ພຽງ​ຢາງ ​ໄດ້​ຜະລິດ​ຫົວ​ນິວ​ເຄຼີຍຂະໜາດນ້ອຍເພື່ອຮັບ​ໃຊ້​ໃຫ້​ຈຸດປະສົງ​ຕ່າງໆ.

ຂ່າວ/ບົດ​ອື່ນ