ກອງປະຊຸມເຈລະຈາກ່ຽວກັບຄວາມປອດໄພຂັ້ນລັດຖະ
ມົນຕີຊ່ວຍວ່າການ ຫວຽດນາມ - ຈີນ ຄັ້ງທີ 1
(vovworld) - ວັນທີ 30/7 ຢູ່ຮ່າໂນ້ຍ, ກະຊວງຕຳຫລວດ ຈັດຕັ້ງກອງປະຊຸມເຈລະຈາກ່ຽວກັບຄວາມປອດໄພຂັ້ນລັດຖະມົນຕີຊ່ວຍວ່າການ ຫວຽດນາມ - ຈີນ ຄັ້ງທີ 1. ທ່ານລັດຖະມົນຕີຊ່ວຍວ່າການກະຊວງຕຳຫລວດ ຫວຽດນາມ ໂຕເລີມ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະຫງົບແຫ່ງຊາດ ຈີນ ຕູງຫາຍເຈົາ ເປັນປະທານຮ່ວມກອງປະຊຸມ. ທີ່ກອງປະຊຸມ, 2 ຝ່າຍພ້ອມນຳແລກປ່ຽນ, ຕີລາຄາບັນດາບັນຫາ ຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ພ້ອມທັງ, ສະເໜີບັນດາມາດຕະການຊຸກຍູ້ການຮ່ວມມືນັບມື້ນັບມີປະສິດທິຜົນລະຫວ່າງ 2 ກະຊວງ.