ການເຈລະຈາຍຸດທະສາດຂັ້ນຮອງລັດຖະມົນຕີຄັ້ງທີ 3 ລະຫວ່າງຫວຽດນາມ-ຈີນ
(ພາບ: vneconomy.vn)
( vovworld ) – ດັ່ງທີ່ພວກເຮົາໄດ້ໃຫ້ຂ່າວໄປແລ້ວ, ວັນທີ 3/9, ຢູ່ຮ່າໂນ້ຍ, ໄດ້ຈັດໃຫ້ມີການເຈລະຈາຍຸດທະສາດຂັ້ນຮອງລັດຖະມົນຕີຄັ້ງທີ 3 ລະຫວ່າງຫວຽດນາມ-ຈີນ. ກ່າວຄຳເຫັນນະທີ່ນີ້, ທ່ານພົນໂທ Nguyen Chi Vinh ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຢືນຢັນວ່າ: ການແກ້ໄຂການພິພາດຢູ່ທະເລຕາເວັນອອກແມ່ນບັນຫາສຳຄັນຍີ່ງໃນການພົວພັນລະຫວ່າງຫວຽດນາມ-ຈີນ ແລະ ແມ່ນຊະຕາກຳລວມຂອງທັງສອງປະເທດ. ດ້ວຍຈິດໃຈຕີລາຄາຄວາມຈິງຢ່າງກົງໄປກົງມາ, ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງໝັ້ນຄົງນັ້ນ, ທ່ານພົນໂທ Nguyen Chi Vinh ແລະ ທ່ານໝ່າເຢົາທຽນ ຮອງເສນາທິການໃຫ່ຍກອງທັບປົດປ່ອຍປະຊາຊົນຈີນ ຊື່ງເປັນປະທານຮ່ວມການເຈລະຈາດັ່ງກ່າວ ໄດ້ແລກປ່ຽນຢ່າງກົງໄປກົງມາກ່ຽວກັບບັນດາບັນຫາຍັງຄົງຄ້າງລະຫວ່າງສອງປະເທດທີ່ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ ແລະ ລ້ວນແຕ່ໄດ້ຢືນຢັນຄືນໃໝ່ເຖິງຄວາມຈຳເປັນຕ້ອງແກ້ໄຂສິ່ງທີ່ຍັງຄົງຄ້າງນັ້ນບົນພື້ນຖານສະພາບສັງລວມການພົວພັນລະຫວ່າງສອງພັກ, ສອງລັດ.
ທ່ານພົນໂທ Nguyen Chi Vinh ໄດ້ສະເໜີໃຫ້ເພີ່ມທະວີການແບ່ງປັນຄຸນປະໂຫຍດສອງຝ່າຍ ແລະ ການຮ່ວມມືໃນເວທີປາໄສຫຼາຍຝ່າຍກໍ່ຄືຍູ້ແຮງການຮ່ວມມືໃນທຸກດ້ານ:
“ຂ້າພະເຈົ້າປາດຖະໜາ ແລະ ເຊື່ອໝັ້ນວ່າ, ການພົບປະຂອງພວກເຮົາຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດເວົ້າລວມ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າ ແລະ ແທດຈິງເຂົ້າໃນການພົວພັນອັນດີງາມລະຫວ່າງຫວຽດນາມ-ຈີນ, ສ້າງພື້ນຖານສັນຕິພາບໝັ້ນຄົງ, ເປັນປົກກະຕິໃຫ້ແກ່ສອງປະເທດ ແລະ ປະກອບສ່ວນເຂົ້າໃນພື້ນຖານສັນຕິພາບ, ສະຖຽນລະພາບໃນພາກພື້ນ“
ສ່ວນທ່ານພົນໂທໝ່າເຢົາທຽນ ຊີ້ແຈ້ງວ່າ, ຝ່າຍຈີນ ໄດ້ສະແດງຄວາມປາດຖະໜາຢາກໃຫ້ບັນຫານີ້ຈະໄດ້ຮັບການແກ້ໄຂຢ່າງເໝາະສົມ ເພື່ອບໍ່ສົ່ງຜົນສະທ້ອນເຖິງການພົວພັນອັນດີງາມລະຫວ່າງສອງປະເທດ ແລະ ການພັດທະນາຂອງແຕ່ລະປະເທດ:
“ຈີນ ຖືການເຈລະຈາຍຸດທະສາດດ້ານປ້ອງກັນຊາດກັບຫວຽດນາມ ເປັນສຳຄັນທີ່ສຸດ ແລະ ພວກຂ້າພະເຈົ້າກໍ່ຮູ້ວ່າ ຫວຽດນາມ ກໍ່ເຊັ່ນດຽວກັນ. ໃນສະພາບການສາກົນ ແລະ ພາກພື້ນ, ການເຈລະຈາໄດ້ດຳເນີນໄປແມ່ນກາລະໂອກາດທີ່ສຳຄັນ, ຈີນເດັດດຽວປະຕິບັດຕາມກົນໄກເຈລະຈາລະຫວ່າງກອງທັບສອງປະເທດ“.