ການເຈລະຈາຍຸດທະສາດ 2 + 2 ລະຫວ່າງ ຍີ່ປຸ່ນ ແລະ ອາເມລິກາ
(VOVWORLD) - ຖະແຫຼງການຮ່ວມໄດ້ປະກາດ ພາຍຫຼັງການເຈລະຈາເປັນເວລາປະມານຊົ່ວໂມງເຄິ່ງ, ໃນນັ້ນ ໄດ້ຕຳໜິຕິຕຽນ “ຈີນ” ດ້ວຍບັນດາການກະທຳທີ່ບໍ່ສອດຄ່ອງ ກັບຄວາມເປັນລະບຽບຮຽບຮ້ອຍສາກົນໃນປັດຈຸບັນ, ອັນໄດ້ກໍ່ສິ່ງທ້າທາຍສຳລັບສໍາພັນທະມິດ ຍີ່ປຸ່ນ - ອາເມລິກາ ແລະ ປະຊາຄົມສາກົນ.
ການເຈລະຈາລະຫວ່າງສອງຝ່າຍ (ພາບ: TTXVN) |
ຕອນບ່າຍວັນທີ 16 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Nobuo Kishi ໄດ້ມີການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Lloyd Austin ຢູ່ນະຄອນຫຼວງ ໂຕກຽວ. ຖະແຫຼງການຮ່ວມໄດ້ປະກາດ ພາຍຫຼັງການເຈລະຈາເປັນເວລາປະມານຊົ່ວໂມງເຄິ່ງ, ໃນນັ້ນ ໄດ້ຕຳໜິຕິຕຽນ “ຈີນ” ດ້ວຍບັນດາການກະທຳທີ່ບໍ່ສອດຄ່ອງ ກັບຄວາມເປັນລະບຽບຮຽບຮ້ອຍສາກົນໃນປັດຈຸບັນ, ອັນໄດ້ກໍ່ສິ່ງທ້າທາຍສຳລັບສໍາພັນທະມິດ ຍີ່ປຸ່ນ - ອາເມລິກາ ແລະ ປະຊາຄົມສາກົນ. ພ້ອມກັນນັ້ນ, ຖະແຫຼງການດັ່ງກ່າວ ຍັງສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ກົດໝາຍວ່າດ້ວຍຕຳຫຼວດທະເລຂອງ ຈີນ. ໄປຄຽງຄູ່ກັບການຮຽກຮ້ອງໃຫ້ປັບປຸງສຳພັນທະມິດ ຍີ່ປຸ່ນ - ອາເມລິກາ, ສອງປະເທດເຫັນດີຄັດຄ້ານຢ່າງແຮງບັນດາການກະທຳ “ນາບຂູ່” ແລະ ກໍ່ຜົນເສຍຫາຍຕໍ່ສັນຕິພາບ, ສະຖຽນລະພາບໃນພາກພື້ນ ເພື່ອແນໃສ່ຄວບຄຸມບັນດາການກະທຳເກາະຜິດຂອງ ຈີນ.
ບັນດາຝ່າຍ ກໍສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ ສະພາບການຢູ່ ຮົ່ງກົງ ແລະ ຢັ້ງຢືນຄວາມຈຳເປັນຂອງການສ້າງ ສປປ.ເກົາຫຼີ ປອດນິວເຄຼຍ ຢ່າງສິ້ນເຊີງ ແລະ ແກ້ໄຂບັນຫາພົນລະເມືອງ ຍີ່ປຸ່ນ ຖືກລອກຈັບຕົວໃນອະດີດຕະການ.
ນັກຂ່າວ VOV ຢູ່ ຍີ່ປຸ່ນ