ການເຈລະຈາດ້ານ ນິວເຄຼຍຂອງອີຣານ ໄດ້ມີບາດກ້າວພັດທະນາ

ການເຈລະຈາດ້ານ ນິວເຄຼຍຂອງອີຣານ ໄດ້ມີບາດກ້າວພັດທະນາ - ảnh 1
ທ່ານ​ນາງ Catherine Ashton ແລະ ທ່ານລັດຖະມົນຕີ​
ການ​ຕ່າງປະ​ເທດ Mohammad Javad Zarif
(ພາບ: AFP/TTXVN)


(vovworld) - ບັນດາ​ການ​ເຈລະຈາ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານ ຫາ​ກໍ່​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຄືນ​ໃໝ່​ຢູ່​ເຊ​ແນວ, ປະ​ເທດ​ສະ​ວິດ ​ແລະ ພວມ​ຕັ້ງ​ຄວາ​ມຫວັງ​ບັນລຸ​ໄດ້​ຂໍ້​ຕົກລົງ​ໃໝ່ເພື່ອ​ແນ​ໃສ່​ແກ້​ໄຂ​ວິ​ກິດ​ການ​ນິວ​ເຄຼຍຂອງ​ອີຣານ ​ເຊິ່ງພວມ​ຖືກຢຸດ​ສະ​ງັກ​ແຕ່​ດົນ​ນານ. ​ເຊິ່ງຕາມ​ນັ້ນ​ແລ້ວ, ​ໃນ​ລະຫວ່າງ​ວັນ​ທີ 07 – 08 ພະຈິກ​, EU, ກຸ່ມ P5+1 ​ແລະ ອີຣານ (​ເຊິ່ງລວມມີ​ອາ​ເມ​ລິ​ກາ, ຟລັ່ງ, ຈິນ, ລັດ​ເຊຍ ​ແລະ ​ເຢຍລະ​ມັນ) ຈະ​ດຳ​ເນີນ​ການ​ເຈລະຈາ​ແນ​ໃສ່​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍ ທີ່​ກໍ່​ຄວາມ​ໂຕ້​ຖຽງກັນຂອງ​ອີຣານ. ຝ່າຍ​ອາ​ເມ​ລິ​ກາ ປາດ​ຖະໜາ​ວ່າ ບັນດາ​ການ​ເຈລະຈາ​ຄັ້ງ​ນີ້​ຈະ​ແມ່ນ​ບາດກ້າວ​ເດີນທ​ຳອິດ​ໃນ​ວິວັດ​ການ​​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍຂອງ​ອີຣານ.

        ກ່າວ​ຄຳ​ເຫັນ​ພາຍຫຼັງ​ສິ້ນ​ສຸດການ​ປະຊຸມ​ຂ່າວ​ໃນ​ມື້​ເຮັດ​ວຽກ​ທຳ​ອິດ, ທ່ານ Michael Mann, ​ໂຄສົກ​ຂອງ​ທ່ານ​ນາງ Catherine Ashton, ຜູ້ຕາງໜ້າ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​​ເອີ​ລົບ (EU) ​ເນັ້ນ​ໜັກ​ວ່າ “ພວກ​ຂ້າພະ​ເຈົ້າ​ໄດ້​ບັນລຸ​ບັນດາຄວາມ​ຄືບ​ໜ້າ​ດີ” ​ແລະ ທ່ານ​ນາງ Catherine Ashton ຈະ​ມີ​ການ​ພົບ​ປະ​ກັບ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ Mohammad Javad Zarif ​ເພື່ອ​ສືບ​ຕໍ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາຈຳນວນ​ໜຶ່ງ.

ຂ່າວ/ບົດ​ອື່ນ