(vovworld) - ຮອບເຈລະຈາໃໝ່ທີ່ແກ່ຍາວເປັນເວລາ 2 ວັນລະຫວ່າງ ອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ແມ່ນ ລັດເຊຍ, ຈີນ, ອາເມລິກາ, ຝຣັ່ງ, ອັງກິດ ແລະ ເຢຍລະມັນ) ກ່ຽວກັບໂຄງການນິວເຄຼຍຂອງ ອີຣານ ໄດ້ສິ້ນສຸດລົງໃນວັນທີ 6/4 ແຕ່ບໍ່ບັນລຸໄດ້ຂໍ້ຕົກລົງໃດໆ. 2 ຝ່າຍພຽງແຕ່ເຫັນດີເປັນເອກະພາບຈະສືບຕໍ່ເຈລະຈາ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂໃຫ້ແກ່ໂຄງການນິວເຄຼຍທີ່ກໍ່ຄວາມໂຕ້ຖຽງກັນຂອງ ເຕເຮຣານ ເທົ່ານັ້ນ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາຝ່າຍຍັງບໍ່ທັນຕັດສິນເວລາດຳເນີນການເຈລະຈາຄັ້ງຕໍ່ໄປ. ຕາມບັນດານັກໄຈ້ແຍກສາກົນແລ້ວ, ຍ້ອນຮອບເຈລະຈານີ້ບໍ່ບັນລຸໄດ້ໝາກຜົນ, ລັດຖະບານບັນດາປະເທດຝ່າຍຕາເວັນຕົກ ອາດຈະຈັດວາງບັນດາມາດຕະການລົງໂທດດ້ານເສດຖະກິດໃໝ່ຕໍ່ ອີຣານ, ດ້ວຍຈຸດປະສົງ ແມ່ນເພີ່ມຄວາມດັ່ນຕໍ່ ເຕເຮຣານ ແລະ ໄກ່ເກ່ຍອິດສະຣາແອນ ບໍ່ດຳເນີນການເຄື່ອນໄຫວດ້ານການທະຫານເລັ່ງໃສ່ປະເທດນີ້.