ການເຈລະຈາລະຫວ່າງກຳມາທິການເສດຖະກິດ ຫວຽດນາມ ແລະ ລາວ

(VOVWORLD) - ທ່ານ ຫວູຮົ່ງແທງ ແບ່ງປັນວ່າ: ກົດໝາຍວ່າດ້ວຍທີ່ດິນປີ 2013 ໄດ້ສະແດງຈິດໃຈຂອງລັດຖະທຳມະນູນປີ 2013 ຂອງ ຫວຽດນາມ ກ່ຽວກັບລະບອບກຳມະສິດທີ່ດິນຢ່າງຈະແຈ້ງ
ການເຈລະຈາລະຫວ່າງກຳມາທິການເສດຖະກິດ ຫວຽດນາມ ແລະ ລາວ - ảnh 1ການເຈລະຈາລະຫວ່າງ 2 ຝ່າຍ

ຕອນບ່າຍວັນທີ 8 ມັງກອນ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານ ຫວູຮົ່ງແທງ, ຫົວໜ້າກຳມາທິການເສດຖະກິດ ຫວຽດນາມ ໄດ້ເຈລະຈາກັບທ່ານ ບຸນປອນ ສີສຸລາດ, ຫົວໜ້າກຳມາທິການເສດຖະກິດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ ລາວ. ທີ່ການເຈລະຈາ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບວິວັດການສ້າງກົດໝາຍວ່າດ້ວຍທີ່ດິນປີ 2013 ຂອງສະພາແຫ່ງຊາດ ຫວຽດນາມ, ບັນດາຈຸດໃໝ່, ຄວາມກ້າວໜ້າຂອງກົດໝາຍສະບັບນີ້. ທ່ານ ຫວູຮົ່ງແທງ ແບ່ງປັນວ່າ: ກົດໝາຍວ່າດ້ວຍທີ່ດິນປີ 2013 ໄດ້ສະແດງຈິດໃຈຂອງລັດຖະທຳມະນູນປີ 2013 ຂອງ ຫວຽດນາມ ກ່ຽວກັບລະບອບກຳມະສິດທີ່ດິນຢ່າງຈະແຈ້ງ, ນັ້ນແມ່ນທີ່ດິນຂຶ້ນກັບກຳມະສິດຂອງທົ່ວປວງຊົນໂດຍລັດເປັນຜູ້ຕາງໜ້າກຳມະສິດ ແລະ ເປັນເອກະພາບໃນການຄຸ້ມຄອງ.

        ສ່ວນທ່ານ ບຸນປອນ ສີສຸລາດ, ຫົວໜ້າກຳມາທິການເສດຖະກິດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ ລາວ ປາດຖະໜາຢາກສືບຕໍ່ແລກປ່ຽນຢ່າງເລິກເຊິ່ງກັບກຳມະນາທິການເສດຖະກິດຂອງສະພາແຫ່ງຊາດ ຫວຽດນາມ ກ່ຽວກັບບັນດາຂໍ້ກຳນົດໃນຂົງເຂດສິດນຳໃຊ້, ການກຳນົດລາຄາທີ່ດິນ, ການດຶງດູດການລົງທຶນເຂົ້າໃນແຫຼ່ງຊັບພະຍາກອນທີ່ດິນກ່ວາອີກ… ບັນດາບົດຮຽນໃນວິວັດການສ້າງກົດໝາຍວ່າດ້ວຍທີ່ດິນ ປີ 2013 ຂອງ ຫວຽດນາມ ຈະແມ່ນເອກະສານອັນລ້ຳຄ່າ ເພື່ອໃຫ້ ລາວ ຄົ້ນຄ້ວາ, ຊອກຮູ້ໃນວິວັດການປັບປຸງໃໝ່, ເພີ່ມເຕີມ ກົດໝາຍວ່າດ້ວຍທີ່ດິນສະບັບໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ