ການເຈລະຈາລະຫວ່າງອັງກິດ-ອີຢູຕົກເຂົ້າສູ່ສະພາບອັນຕະລາຍ

(VOVWORLD) -ທ່ານຫົວໜ້າຄະນະເຈລະຈາອັງກິດ David Frost ໃຫ້ຮູ້ວ່າ, ທ່ານຜິດຫວັງກ່ຽວກັບບັນດາຂໍ້ສະຫຼຸບຂອງກອງປະຊຸມສຸດຍອດ

ການເຈລະຈາລະຫວ່າງອັງກິດ-ອີຢູຕົກເຂົ້າສູ່ສະພາບອັນຕະລາຍ - ảnh 1 ກອງປະຊຸມສຸດຍອດອີຢູ

(ພາບ: AFP/TTXVN)

ວັນທີ 15 ຕຸລາ, ບັນດາການນຳເອີລົບ ໄດ້ຮຽກຮ້ອງໃຫ້ລາຊະອານາຈັກອັງກິດ ຜ່ອນຜັນກວ່າກ່ຽວກັບບັນດາຫຼັການການຄ້າ ເພື່ອໃຫ້ 2 ຝ່າຍສາມາດສ້າງທ່າສະດວກໃຫ້ແກ່ບັນດາການເຈລະຈາທີ່ພວມຕົກເຂົ້າສູ່ສະພາບບໍ່ມີທາງອອກ. ຂໍ້ສະເໜີດັ່ງກ່າວໄດ້ເຮັດໃຫ້ ລອນດອນ ໂກດເຄືອງ ແລະ ອາດຈະເຮັດໃຫ້ “ຊາຕາກຳ” ຂອງບັນດາການເຈລະຈາຕົກເຂົ້າສູ່ສະພາບທີ່ອັນຕະລາຍ.

        ບັນດາການນຳຂອງ 27 ປະເທດສະມາຊິກອີຢູ ໄດ້ສະແດງຄວາມປະເອີບໃຈຢ່າງລະມັດລະວັງເມື່ອເຂົ້າຮ່ວມກອງປະຊຸມສຸດຍອດຢູ່ບຣຸກແຊນ. ແຕ່ໃນເອກະສານສະຫຼຸບກອງປະຊຸມ, ເຂົາເຈົ້າໄດ້ກະຕຸກຊຸກຍູ້ໃຫ້ ອີຢູ ແລະ ບັນດາປະເທດສະມາຊິກຈົ່ງກະກຽມໃຫ້ແຜນການ ອັງກິດ ຖອນຕົວອອກຈາກອີຢູ ແບບບໍ່ມີຂໍ້ຕົກລົງ.

        ໃນສານທີ່ໄດ້ເອົາລົງໃນສື່ສັງຄົມ Twitter, ທ່ານຫົວໜ້າຄະນະເຈລະຈາອັງກິດ David Frost ໃຫ້ຮູ້ວ່າ, ທ່ານຜິດຫວັງກ່ຽວກັບບັນດາຂໍ້ສະຫຼຸບຂອງກອງປະຊຸມສຸດຍອດ ແລະ ທ່ານເຂົາໃຈວ່າ ອີຢູ ບໍ່ຮັກສາຄຳໝັ້ນສັນຍາເພີ່ມທະວີການເຈລະຈາເພື່ອໄປເຖິງການພົວພັນຄູ່ຮ່ວມມືໃນອະນາຄົດຄືດັ່ງໄດ້ໃຫ້ຄຳໝັ້ນສັນຍາ. ກໍ່ຕາມທ່ານແລ້ວ, ເລື່ອງ ອີຢູ ເວົ້າວ່າ ອັງກິດ ພຽງຜ່ອນຜັນ ແມ່ນ “ວິທີສຳຜັດຜິດປົກກະຕິ” ແລະ ທ່ານນາຍົກລັດຖະມົນຕີອັງກິດ Borris Johnson ຈະຕົກລົງກ່ຽວກັບບາດກ້າວເດີນຕໍ່ໄປໃນວັນທີ 16 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ