ການເຈລະຈາລະຫວ່າງ ອາບການິດສະຖານ ແລະ ຕາລີບານ: ອາເມລິກາ ແລະ ອາບການິດສະຖານ ຊຸດຍູ້ຂໍ້ຕົກລົງສັນຕິພາບ
(VOVWORLD) -ວັນທີ 12 ກັນຍາ, ວິວັດທະນາການເຈລະຈາລະຫວ່າງລັດຖະບານ ອາບການິດສະຖານ ແລະ ກຳລັງກະບົດ ຕາລີບານ ໄດ້ເລີ່ມດຳເນີນຢູ່ ກາຕາ, ເຊິ່ງເປັນຂີດໝາຍ ຈຸດເວລາທີ່ສຳຄັນທີ່ສຸດໃນເກືອບສອງທົດສະວັດແຫ່ງການປະທະກັນ ໂດຍໃຊ້ຄວາມຮຸນແຮງຢູ່ປະເທດນີ້.
ວັນທີ 12 ກັນຍາ, ວິວັດທະນາການເຈລະຈາລະຫວ່າງລັດຖະບານ ອາບການິດສະຖານ ແລະ ກຳລັງກະບົດ ຕາລີບານ ໄດ້ເລີ່ມດຳເນີນຢູ່ ກາຕາ (ພາບ: Jazeera/baoquocte.vn) |
ກ່າວຄຳເຫັນທີ່ພິທີໄຂ ຢູ່ໂດຮາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ໃຫ້ຂໍ້ສັງເກດວ່າ ແນ່ນອນຈະມີບັນດາສິ່ງທ້າທາຍໃນວິວັດທະນາການເຈລະຈາໃນໄລຍະຕໍ່ໄປ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຍາດແຍ່ງກາລະໂອກາດເທື່ອນີ້ ເພື່ອຮັບປະກັນນຳສັນຕິພາບມາໃຫ້ ອາບການິດສະຖານ.
ສ່ວນໃນບົດກ່າວປາໄສຂອງທ່ານຜູ້ນຳອຳນາດການປົກຄອງ Kabul ທ່ານ Abdullah Abdullah ໄດ້ເນັ້ນໜັກເຖິງບັນດາຄວາມເສຍຫາຍ ເຊິ່ງການປະທະກັນທີ່ແກ່ຍາວເກືອບ 2 ທົດສະວັດທີ່ຜ່ານມາ ໄດ້ກໍ່ຂຶ້ນ ພ້ອມທັງຊຸກຍູ້ສອງຝ່າຍຈົ່ງບັນລຸຂໍ້ຢຸດຍິງໂດຍໄວ.
ແຕ່ເຖິງຢ່າງໃດກໍຕາມ, ໂດຍແມ່ນຜູ້ນຳຮ່ວມ ແລະ ກໍແມ່ນຜູ້ນຳໜ້າຄະນະຜູ້ແທນຂອງ ຕາລີບານ, ທ່ານ Mullah Abdul Ghani Baradar ກໍບໍ່ເຕື້ອງເຖິງຄຳສັ່ງຢຸດຍິງ ແລະ ໄດ້ຢັ້ງຢືນຄືນໃໝ່ເຖິງສານທີ່ວ່າ ອາບການິດສະຖານ ກໍຕ້ອງໄດ້ຮັບການບໍລິການຕາມຮູບແບບກົດໝາຍອິດສະລາມ.