ການເຈລະຈາສ້າງຕັ້ງລັດຖະບານຢູ່ ເຢຍລະມັນ ປະສົບກັບຄວາມຫຍຸ້ງຍາກຍ້ອນຄວາມບໍ່ລົງລອຍກັນດ້ານພາສີອາກອນ
(VOVWORLD) - ພາຍຫຼັງການເລືອກຕັ້ງສະພາແຫ່ງຊາດແຫ່ງສະຫະພັນ ເມື່ອວັນທີ 24 ກັນຍາ ແລ້ວ, SPD ຖືກປະລາໄຊຢ່າງໜັກ ແລະ ຕັດສິນໃຈແຍກອອກຈາກລັດຖະບານປະສົບກັບ CDU/CSU ເພື່ອກາຍເປັນພັກຝ່າຍຄ້ານ.
ທ່ານນາງນາຍົກລັດຖະມົນຕີ Angela Merkel |
ຄວາມບໍ່ລົງລອຍກັນພາຍໃນພັກນິຍົມຮັກສາເດີມສຳພັນທະມິດ ປະຊາທິປະໄຕ/ສັງຄົມຊາວ ຄຼິດ (CDU) ກ່ຽວກັບບັນຫາຫລຸດຜ່ອນພາສີອາກອນ ແລະ ຍົກເລີກພາສີອາກອນ “ສາມັກຄີ”, ທີ່ເຄີຍໄດ້ຮັບການນຳໃຊ້ເພື່ອແນໃສ່ໜູນຊ່ວຍບັນດາລັດທຸກຍາກຢູ່ທາງທິດຕາເວັນອອກ ພາຍຫຼັງຈຸດເວລາປະເທດ ເຢຍລະມັນ ໂຮມເຂົ້າກັນເປັນເອກະພາບໃນປີ 1990, ອາດຈະກໍ່ຄວາມຫຍຸ້ງຍາກຕື່ມໃນການເຈລະຈາສ້າງຕັ້ງລັດຖະບານກັບພັກປະຊາທິປະໄຕສັງຄົມ (SPD). ພາຍຫຼັງການເລືອກຕັ້ງສະພາແຫ່ງຊາດແຫ່ງສະຫະພັນ ເມື່ອວັນທີ 24 ກັນຍາ ແລ້ວ, SPD ຖືກປະລາໄຊຢ່າງໜັກ ແລະ ຕັດສິນໃຈແຍກອອກຈາກລັດຖະບານປະສົບກັບ CDU/CSU ເພື່ອກາຍເປັນພັກຝ່າຍຄ້ານ. ແຕ່ເຖິງຢ່າງໃດກໍ່ຕາມ, ພາຍໃຕ້ຄວາມກົດດັນຂອງບັນດານັກການເມືອງ ແລະ ຫາງສຽງ, SPD ໄດ້ຕົກລົງຊອກຮູ້ກ່ຽວກັບຄວາມສາມາດສ້າງຕັ້ງລັດຖະບານປະສົມທີ່ມີສະຖຽນລະພາບກັບ CDU/CSU ພາຍຫຼັງທີ່ພັກຂອງທ່ານນາງນາຍົກລັດຖະມົນຕີ Angela Merkel ປະລາໄຊໃນການເຈລະຈາສ້າງຕັ້ງລັດຖະບານປະສົມກັບບັນດາພັກທີ່ນ້ອຍກ່ວາ ແມ່ນພັກ ປະຊາທິປະໄຕເສລີ (FDP) ແລະ ພັກຂຽວ (Grune).