(vovworld) – ຜູ້ຕາງໜ້າ 12 ປະເທດເຂົ້າຮ່ວມສັນຍາການຄ້າຂ້າມປາຊີຟິກ (TPP) ຕົກລົງແກ່ຍາວເວລາດຳເນີນກອງປະຊຸມ ທີ່ພວມຈັດຂຶ້ນຢູ່ Atlanta, ປະເທດອາເມລິກາ ຮອດວັນທີ 03/10 (ຕາເວລາອາເມລິກາ), ຕື່ມອີກ 2 ວັນເມື່ອທຽບໃສ່ການຄາດຄະເນ, ດ້ວຍຄວາມຕັດສິນໃຈສິ້ນສຸດການເຈລະຈາໃນອາທິດນີ້ເຊິ່ງຖືກທີ່ແກ່ຍາວເປັນເວລາ 5 ປີຜ່ານມາ. ແງ່ຫວັງສິ້ນສຸດສັນຍາ TPP ໃນປີ 2015 ພວມສ້າງຄວາມສະຫວ່າງສະໄຫວສຳລັບບັນດາຄວາມບໍ່ລົງລອຍກັນລະຫວ່າງຝ່າຍຕ່າງໆ ກ່ຽວກັບບັນຫາສິ້ນສ່ວນເຄື່ອງອາໄລລົດໂອໂຕ, ນ້ຳນົມ ແລະ ກຳນົດເວລາປົກປ້ອງສິດຊັບສິນທາງປັນຍາສຳລັບຢາຊີວະພວມຄ່ອຍໆຖືກຮັດແຄບ. ທ່ານລັດຖະມົນຕີວ່າການກະຊວງເສດຖະກິດຍີ່ປຸ່ນ Akira Amari ໃຫ້ຮູ້ວ່າ, ການເຈລະຈາຍັງປະສົບກັບຄວາມຫຍຸ້ງຍາກຢູ່, ແຕ່ທ່ານກໍເຫັນວ່າມີບັນດາຄວາມຫວັງ ແລະ ທຸກຝ່າຍພວມມຸ່ງໄປເຖິງຂໍ້ຕົກລົງ. ໃນຂະນະນັ້ນ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ການາດາ Ed Fast ໃຫ້ຮູ້ວ່າ: ການາດາ, ເມັກຊີໂກ, ອາເມລິກາ ແລະ ຍີ່ປຸ່ນ ບັນລຸໄດ້ຂ້ໍ້ຕົກລົງໂດຍພື້ນຖານ ກ່ຽວກັບອັດຕາສິ້ນສ່ວນເຄື່ອງອາໄລລົດໂອໂຕ ມີຕົ້ນກຳເນີດຈາກບັນດາປະເທດນອກກຸ່ມ TPP ເພື່ອໃຫ້ຜະລິດຕະພັນລົດໂອໂຕອາດຈະໄດ້ຮັບການຍົກເວັ້ນພາສີນຳເຂົ້າ.