(vovworld) - ຕອນເຊົ້າວັນທີ 23/10 (ຕາມເວລາຫວຽດນາມ), ຜູ້ອອກສະໝັກຮັບເລືອກຕັ້ງສັງກັດພັກປະຊາທິປະໄຕ ແລະ ພັກສາທາລະນະ, ຄືປະທານາທິບໍດີຄົນປະຈຸບັນ ທ່ານ Barack Obama ແລະ ຄູ່ແຂ່ງທ່ານ Mitt Romney ໄດ້ດຳເນີນການໂຕ້ວາທີໂດຍກົງຄັ້ງທີ 3 ແລະ ກໍແມ່ນຄັ້ງສຸດທ້າຍຂອງການໂຕ້ວາທີ ເພື່ອເຂົ້າສູ່ການແຂ່ງຂັນສຸດທ້າຍກາຍເປັນປະທານາທິບໍດີຄົນທີ 45 ຂອງທຳນຽບຂາວ. ການໂຕ້ວ່າທີໂດຍກົງຄັ້ງທີ 3 ດຳເນີນໄປໃນເວລາ 90 ນາທີ ຢູ່ມະຫາວິທະຍາໄລ Lynn, ລັດ Florida. ເນື້ອໃນຂອງການໂຕ້ວາທີຄັ້ງສຸດທ້າຍນີ້ ສຸມໃສ່ເຂົ້າໃນບັນດາບັນຫາທີ່ກ່ຽວຂ້ອງເຖິງການພົວພັນຕ່າງປະເທດ ແລະ ຄວາມສະຫງົບປອດໄພ.
ໝາກຜົນຂອງການຢັງຫາງສຽງຂອງຊ່ອງໂທລະພາບ CNN ພາຍຫຼັງການໂຕ້ວາທີໃຫ້ຮູ້ວ່າ ມີ 48% ຈຳນວນຜູ້ມີສິດເລືອກຕັ້ງໄດ້ຖືວ່າ ທ່ານປະທານາທິບໍດີ Obama ຍາດໄດ້ຄະແນນໃນການແຂ່ງຂັ້ນນີ້ ເມື່ອທຽບກັບ 40% ເຫັນດີທີ່ສະຫງວນໃຫ້ແກ່ທ່ານ Mitt Romney ອາຍຸ 65 ປີ. ສະນັ້ນ, ເຖິງວ່າຖືກປະລາໄຊໃນຄັ້ງທຳອິດ, ແຕ່ທ່ານ Obama ໄດ້ມີບາດກ້າວກະໂດດຂັ້ນ, ຍາດໄດ້ໄຊຊະນະສຸດທ້າຍແມ່ນ 2 – 1 ໃນການໂຕ້ວາທີໂດຍກົງ 3 ຄັ້ງລະຫວ່າງຜູ້ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ.