ການເລືອກຕັ້ງຢູ່ແຊກເບຍ ຫົວໜ້າຝ່າຍຄ້ານຢາດໄດ້ໄຊຊະນະ

ການເລືອກຕັ້ງຢູ່ແຊກເບຍ ຫົວໜ້າຝ່າຍຄ້ານຢາດໄດ້ໄຊຊະນະ - ảnh 1
ທ່ານປະທານ​ນາ​ທິບໍດີ Tomislav Nikolic
( ພາບ: AFP )

( vovworld ) -   ວັນ​ທີ 20/5, ຫົວໜ້າ​ຝ່າຍ​ຄ້ານ​ຢູ່ ​​ແຊກ​ເບຍ, ທ່ານ Tomislav Nikolic ​ໄດ້​ຖະ​ແຫຼ​ງຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຮອບ​ທີ 2 ​ເຊິ່ງ​ດຳ​ເນີນ​ໄປ​ກ່ອນ​ນັ້ນໜື່ງວັນ, ພ້ອມ​ກັນ​ນັ້ນ​ໃຫ້​ຄຳໝັ້ນ​ສັນຍາ​ວ່າ​ ຈະ​ສືບ​ຕໍ່​ນຳ​ປະ​ເທດນີ້​ເຂົ້າ​ເປັນ​ສະມາຊິກ​ສະຫະພາບ​ເອີ​ລົບ​ EU. ດ້ວຍ​ກວ່າ 40,67% ຈຳນວນບັດ​ທີ່​ໄດ້ນັບ, ຄະນະ​ກຳມະການ​ເລືອກ​ຕັ້ງແຊກ​ເບຍ ປະກາດ​ວ່າ ທ່ານ Tomislav Nikolic, ຍາດ​ໄດ້ 50,21% ບັດ​ສະໝັບສະ​ໝູນ, ​ໃນ​ຂະນະ​​ທີ່ປະທານ​ນາ​ທິບໍດີຄົນ​ປະຈຸ​ບັນ, ທ່ານ Boris Tadic ໄດ້​ຮັບພຽງ​ 46,77% ບັດ​ສະໜັບສະໜູນ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ