ການເຫລື້ອມໃສບູຊາພະແມ່ຫວຽດນາມ
|
(vovworld)- ຕອນຄ່ຳວັນທີ 22/2 ຢູ່ ນະຄອນຫລວງ ນີວເດລີ ປະເທດ ອິນເດຍ ໄດ້ດຳເນີນງານມະໂຫລານການເຫລື້ອມໃສບູຊາພະແມ່ຂອງຫວຽດນາມ. ກ່າວຄຳເຫັນນະພິທີ, ທ່ານ ໂຕນຊີງແທ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳອິນເດຍ ໃຫ້ຮູ້ວ່າ: ການເຫລື້ອມໃສບູຊາພະແມ່ ປຽບເຫມືອນຄືດັ່ງຫໍພິພິດທະພັນອະນຸລັກຮັກສາປະຫວັດສາດ ແລະ ສີສັນວັດທະນະທຳຂອງຊາວຫວຽດນາມ, ຕອບສະຫນອງຄວາມຕ້ອງການ ແລະ ຄວາມມຸ້ງຫວັງຂອງຊີວິດດ້ານຈິດໃຈປະຈຳວັນຂອງຊາວຫວຽດນາມ. ທ່ານເອກອັກຄະລັດຖະທູດມີຄວາມເຊື່ອໝັ້ນວ່າ ຜ່ານງານມະໂຫລານຄັ້ງນີ້ຍັງດຳເນີນໄປຢູ່ນະຄອນ Guwahati, ລັດ Assam ພາກຕາເວັນອອກສ່ຽງເຫນືອຂອງ ອິນເດຍ ໃນວັນທີ 25/2, ນະຄອນ Kolkata, ທາງທິດຕາເວັນຕົກ ລັດ Bengal, ພາກຕາເວັນອອກ ອິນເດຍ ໃນວັນທີ 27/2.