ການຮັບໃບຢັ້ງຢືນຂອງ UNESCO ທີ່ພິທີ
|
(vovworld) – ຕອນຄ່ຳວັນທີ 2/4, ທີ່ກຸ່ມປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ ຝູໄຢ, ເມືອງ ຫວູ້ບ໋ານ, ແຂວງນາມດິ້ງ, ໄດ້ດຳເນີນພິທີຕ້ອນຮັບໃບຢັ້ງຢືນຂອງ UNESCO ທີ່ຮັບຮອງ “ການປະຕິບັດການເຫຼື້ອມໃສບູຊາພະແມ່” ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງທີ່ເປັນຕົວແທນຂອງມວນມະນຸດ. ການເຫຼື້ອມໃສບູຊາພະແມ່ຕາມຝູຂອງຊາວ ຫວຽດນາມ ແມ່ນຮູບການບູຊາພະແມ່ ທີ່ໄດ້ສວມເປັນນາງເທວະດາ ຢູ່ດິນຟ້າ, ແມ່ນ້ຳ, ພູຜາປ່າໄມ້. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ເນັ້ນໜັກວ່າ:
“ໂດຍໄດ້ຮັບເຊີດຊູວ່າເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງທີ່ເປັນຕົວແທນຂອງມວນມະນຸດແມ່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ, ຢັ້ງຢືນເຖິງຄຸນຄ່າ, ການປະກອບສ່ວນຂອງວັດທະນະທຳ ຫວຽດນາມ ທີ່ມີຕໍ່ພື້ນຖານວັດທະນະທຳລວມຂອງມະນຸດ. ພ້ອມກັບຄວາມເປັນກຽດນັ້ນແມ່ນຄວາມຮັບຜິດຊອບຕ້ອງອະນຸລັກຮັກສາ, ເສີມຂະຫຍາຍມໍລະດົກໃຫ້ດີກ່ວາ. ພວກເຮົາທຸກຄົນຕ້ອງປະຕິບັດໂຄງການເຄື່ອນໄຫວແຫ່ງຊາດໃຫ້ດີເພື່ອແນໃສ່ປົກປັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກ, ຄວນປະຕິບັດ ແລະ ສືບທອດການເຫຼື້ອມໃສບູຊາພະແມ່ໃຫ້ຖືກກັບຄວາມໝາຍ, ສີສັນອັນດີງາມທີ່ເຄີຍມີຢູ່ແລ້ວ.”