ການແລກປ່ຽນການຄ້າຫວຽດນາມ-ອາບຟຣີກາໃຕ້ສືບຕໍ່ເຕີບໂຕ
ພາບປະກອບ
(vovworld) – ການແລກປ່ຽນການຄ້າຂອງ ຫວຽດນາມ ກັບ ອາບຟຣີກາ ໃຕ້ ໃນປີ 2013 ສືບຕໍ່ມີບາດກ້າວພັດທະນາຢ່າງຕັ້ງໜ້າ, ຄາດວ່າບັນລຸກ່ວາ 870 ລ້ານ USD, ເພີ່ມຂຶ້ນເກືອບ 17% ເມື່ອທຽບໃສ່ປີ 2012, ໃນນັ້ນວົງເງິນສົ່ງອອກສິນຄ້າບັນລຸປະມານ 760 ລ້ານ USD ແລະ ວົງເງິນນຳເຂົ້າສິນຄ້າປະມານກ່ວາ 110 ລ້ານ USD. ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍ່ຂອງ ຫວຽດນາມ ໄປຂາຍໃຫ້ ອາບຟຣີກາ ໃຕ້, ເຊິ່ງແມ່ນຄູ່ຮ່ວມມືການຄ້າລາຍໃຫຍ່ສຸດຂອງ ຫວຽດນາມ ຢູ່ ອາບຟຣີກາ ເຊັ່ນແມ່ນ: ເກີບໜັງ, ເຄື່ອງຕຳ່ແຜ່ນຕັດຫຍິບ, ຜະລິດຕະພັນຢາງພາລາ, ເຂົ້າສານ, ກາເຟ... ພິເສດ, ໃນ 2 ປີຜ່ານມາ, ຜະລິດຕະພັນໂທລະສັບມືຖືໄດ້ບື່ນຕົວຂຶ້ນກວມອັດຕານັບມື້ນັບສູງໃນວົງເງິນສົ່ງອອກຂອງ ຫວຽດນາມ ໄປຍັງຕະຫຼາດ ອາບຟຣີກາ ໃຕ້. ໃນຂະນະນັ້ນ, ອາບຟຣີກາ ໃຕ້ ສົ່ງອອກສິນຄ້າມາຂາຍໃຫ້ ຫວຽດນາມ ສ່ວນຫຼາຍແມ່ນເຫຼັກກ້າ, ຜະລິດຕະພັນເຄມີ, ເກີບໜັງ...