ການແຫ່ຂະບວນຄັດຄ້ານໝາກຜົນການເລືອກຕັ້ງຂັ້ນທ້ອງຖີ່ນຢູ່ຕວກກີ
ຜູ້ມີສິດເລືອກຕັ້ງໄປປ່ອນບັດເມື່ອວັນທີ 30/3 ຢູ່ Istanbul
(ພາບ: AFP/TTXVN)
(vovworld) – ວັນທີ 1/4, ປະຊາຊົນນັບພັນຄົນຂຶ້ນກັບຝ່າຍຄ້ານຢູ່ຕວກກີ ໄດ້ຈັດການແຫ່ຂະບວນປະທ້ວງຢູ່ນອກສຳນັກງານສະພາເລືອກຕັ້ງສູງສຸດຢູ່ນະຄອນຫຼວງ Ankara, ເພື່ອຄັດຄ້ານໝາກຜົນຂອງການເລືອກຕັ້ງທ້ອງຖີ່ນຖືກຈັດຕັ້ງໃນວັນທີ 30/3, ຕາມນັ້ນແລ້ວໄຊຊະນະຂຶ້ນກັບພັກຍຸຕິທຳ ແລະ ພັດທະນາ (AKP) ກຳອຳນາດຂອງທ່ານນາຍົກລັດຖະມົນຕີ Recep Tayyip Erdogan. ຕຳຫຼວດຕ້ານການຈາລະຈົນຕ້ອງນຳໃຊ້ທໍ່ສິດນ້ຳເພື່ອຍຸບເລີກຂະບວນແຫ່. ບັນດາຜູ້ແຫ່ຂະບວນປະທ້ວງຖືວ່າ ໝາກຜົນຂອງການເລືອກຕັ້ງລະເມີດຂໍ້ກຳນົດຂອງກົດໝາຍ, ເຂົາເຈົ້າໄດ້ເຕົ້າໂຮມ ແລະ ຮ້ອງໂຮບັນດາຄຳຂວັນຄັດຄ້ານ ແລະ ຕ້ານນາຍົກລັດຖະມົນຕີ Erdogan.
ກ່ອນນັ້ນ 3 ວັນ, ຜູ້ມີສິດເລືອກຕັ້ງຕວກກີກ່ວາ 50 ລ້ານຄົນໄດ້ໄປປ່ອນບັດເລືອກຕັ້ງເພື່ອເລືອກຕັ້ງບັນດາຕຳແໜ່ງເຈົ້າຄອງນະຄອນ ແລະ ບັນດາສະມາຊິກສະພາທ້ອງຖີ່ນໃນການແກງແຍ້ງລະຫວ່າງພັກ AKP ຂອງທ່ານ Erdogan ກັບບັນດາກຸ່ມປະຊາທິປະໄຕ ແລະ ກຸ່ມຈຳນວນໜຶ່ງອື່ນໆອີກ. ໝາກຜົນຂອງການກວດບັດໃຫ້ເຫັນວ່າ: AKP ສືບຕໍ່ຄວບຄຸມ 2 ນະຄອນໃຫຍ່ທີ່ສຸດແມ່ນ Istanbul ແລະ Ankara. ແຕ່ເຖິງຢ່າງໃດກໍ່ຕາມ, ຝ່າຍຄ້ານຖະແຫຼງຈະທວງໃຫ້ນັບບັດເລືອກຕັ້ງຄືນໃໝ່.