ການແຫ່ຂະບວນປະທ້ວງຢູ່ໄທກາຍເປັນການປະທະກັນ

    ການແຫ່ຂະບວນປະທ້ວງຢູ່ໄທກາຍເປັນການປະທະກັນ - ảnh 1
ການ​ແຫ່​ຂະ​ບວນປະ​ທ້ວງ​​ຢູ່​ໄທ​ກາຍ​ເປັນ​ການ​ປະ​ທະ​ກັນ
(ພາບ: baomoi)

(vovworld)- ​ໄດ້​ເກີດ​ມີ​ການ​ການ​ປະ​ທະ​ກັນ​ລະຫວ່າງ 2 ຝ່າຍ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ ​ແລະ ສະໜັບສະໜູນ​ລັດຖະບານ​ຂອງ ນາຍົກ​ລັດຖະມົນຕີ​ໄທ ຍິງຣັກຊິນນະ​ວັດ. ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 2 ຄົນ ​ແລະ ອີກ 45 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນການ​ແຫ່​ຂະ​ບວນປະ​ທ້ວງ​​ເມື່ອ​ຕອນ​ຄ່ຳ​ວັນ​ທີ 30/11 ຢູ່​ນະຄອນຫຼວງ​ບາງກອກ ປະ​ເທດ​ໄທ. ພາຍຫຼັງ​ເກີດ​ການ​ປະ​ທະ​ກັນ, ບັນດາ​ຜູ້ນຳ​ຂອງ​ຝ່າຍ​ເສື້ອ​ແດງ ວັນ​ທີ 1/12 ​ໄດ້​ຕົກລົງ​ຢຸດຕິ​ການ​ແຫ່​ຂະ​ບວນປະ​ທ້ວງ​​ຂອງ​ຂະ​ບວນການ​ນີ້.

    ​ໃນ​ອາທິດ​ທີ່​ຜ່ານ​ມາ, ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​​ຄັດຄ້ານ​ລັດຖະບານ ​ໄດ້​ບຸກ​ເຂົ້າ​ສຳນັກງານ​ລັດຖະບານ​ບາງ​ແຫ່ງ​ທີ່​ນະຄອນຫຼວງ ​ແຕ່​ເກືອບ​ຄື​ວ່າ ບໍ່​ພົບ​ພໍ້​ກັບ​ປະຕິກິ​ລີ​ຍາ​ໃດໆ​ຈາກ​ຕຳຫຼວດ. ຕາມ​ແຜນ​ການ​ແລ້ວ, ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​​ຈະ​ຢຶດຄອງ​ບັນດາ​ອົງການ, ສຳນັກງານ​ຂອງ​ລັດຖະບານ ​ແລະ ພາຍຫຼັງ​ຢຶດຄອງ​ໄດ້​ແລ້ວ, ​ເຂົາ​ເຈົ້າ​ຈະ​ຮຽກຮ້ອງ​ບັນດາ​ພະນັກງານ, ລັດຖະກອນ​ພັກ​ການ​ທັງ​ໝົດ​ໃນ​ວັນ​ທີ 2/12 ​ເພື່ອ​ໃຫ້​ລັດຖະບານ​ບໍ່​ສາມາດ​ເຄື່ອນ​ໄຫວ​ໄດ້.

ຂ່າວ/ບົດ​ອື່ນ