ການແຫ່ຂະບວນປະທ້ວງ ຢູ່ຢູແກຼນ


ການແຫ່ຂະບວນປະທ້ວງ ຢູ່ຢູແກຼນ - ảnh 1

(ພາບ: AFP/ TTXVN)

 (vovworld)- ວັນ​ທີ 8/3, ປຊຊ ​ເກືອບ 3000 ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສະໜາ​ມຫຼວງ​ເລ​ນິນ ຢູ່​ໃຈກາງ​ນະຄອນ Donetsk ທ່ວງ​ໃຫ້ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ຂໍ້​ກຳນົດ​ເຂດ Donbass. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຂຶ້ນ​ກັບ​ຫຼາຍ​ກຳລັງ​ການ​ເມືອງ ​ແລະ ອົງການ​ຈັດຕັ້ງສັງ​ຄົມ​ທີ່​ແຕກ​ຕ່າງ​ກັນ, ​ໃນ​ນັ້ນມີ​ພັກ​ກອມ​ມູນິດ, ພັກ “ກຸ່ມ​ລັດ​ເຊຍ“, ຂະ​ບວນການ​ສັງຄົມ “​ແນວ​ໂຮມ​ພາກ​ຕາ​ເວັນ​ອອກ“…

   ​ໃນ​ວັນ​ດຽວ​ກັນ, ປຊຊ 2000 ກ່ວາ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສະໜາມ​ຫຼວງ​ເສລີພາບ​ຢູ່ Kharkov ຮຽກຮ້ອງ​ໃຫ້ການ​ນຳ​ທ້ອງ​ຖິ່ນ​ລາ​ອອກ​ຈາກ​ຕຳ​ແໜ່​ງ ພ້ອມ​ທັງ​ສະໜັບສະໜູນ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ຂໍ້​ນຳ​ນົດຂອງ​ແຂວງ​ນີ້.

   ວັນ​ທີ 8/3, ທ່ານ Sergey Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ໄດ້​ປະກາດ​ສາຍ​ເຫດ​ພາ​ໄປ​ເຖິງ​ສະພາບ​ສັບສົນ​ຢູ່​ຢູ​ແກຼນ​ໃນ​ປະຈຸ​ບັນ ​ແມ່ນຍ້ອນຝ່າຍ​ຕາ​ເວັນ​ຕົກ​ບໍ່​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ລົງ​ນາມ​ເມື່ອ​ວັນ​ທີ 21/2 ລະຫວ່າງ​ປະທານາທິບໍດີ V.Yanukovych ​ແລະ ຝ່າຍ​ຄ້ານ ຕໍ່​ນ້າ​ການ​ເປັນ​ສັກຂີ​ພິຍານ​ຂອງ​ບັນດາ​ທູດ​ພິ​ເສດ​ສະຫະພາບ​ເອີ​ລົບ (EU). ​ໃນ​ຂະນະ​ນັ້ນ, ສະພາ​ຄວາມໝັ້ນຄົງ ສປຊ ​ໄດ້​ໂຈະ​ການ​ປະຊຸມ​ດ່ວນ​ຄັ້ງທີ 5 ​ໄວ້​ໃນ​ເວລາ​ພຽງ 1 ອາທິດ​ກ່ຽວ​ກັບ​ບັນດາ​ຢູ​ແກຼນ. ການ​ປະຊຸມ​ຄາດ​ວ່າ​ດຳ​ເນີນ​ໃນ​ວັນ​ທີ 8/3 ຖືກ​ໂຈະ​ໄວ້​ຮອດ​ວັນ​ທີ 10/3 ຈະ​ມາ​ເຖິງ./.

ຂ່າວ/ບົດ​ອື່ນ