(VOVWORLD) - ປະທານາທິບໍດີອາເມລິກາ Joe Biden ສະແດງຄວາມປາດຖະໜາວ່າພວມລໍຖ້າການພົບປະກັບປະທານາທິບໍດີ Emmanuel Macron ທີ່ກອງປະຊຸມສຸດຍອດ G20.
ວັນທີ 22 ຕຸລາ, ປະທານາທິບໍດີອາເມລິກາ Joe Biden ແລະ ປະທານາທິບໍດີຝະລັ່ງ Emmanuel Macron ໄດ້ດຳເນີນການໂອ້ລົມທາງໂທລະສັບ. ສອງຝ່າຍໄດ້ແລກປ່ຽນຫຼາຍຫົວເລື່ອງໃນການພົວພັນສອງຝ່າຍ ແລະ ສາກົນ ລວມທັງການເພີ່ມທະວີການຮ່ວມມືຢູ່ມະຫາສະໝຸດອິນເດຍ-ປາຊີຟິກ.
ຕາມບົດແຈ້ງຂ່າວຂອງທຳນຽບຂາວແລ້ວ, ການນຳສອງທ່ານໄດ້ປຶກສາຫາລືບັນດາຄວາມມານະພະຍາຍາມ ພວມປະຕິບັດ ເພື່ອແນໃສ່ຊ່ວຍຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ເຂດ Sahel ຂຶ້ນກັບອາຟຼິກກາ ແລະ ປັບປຸງການຮ່ວມມືຢູ່ມະຫາສະໝຸດອິນເດຍ-ປາຊີຟິກ. ປະທານາທິບໍດີສອງທ່ານ ຍັງໄດ້ປຶກສາຫາລືບັນດາມາດຕະການຍົກສູງຄວາມສາມາດປ້ອງກັນຊາດຂອງເອີລົບ ໃນຂະນະທີ່ຮັບປະກັນການເພີ່ມເຕີມໃຫ້ແກ່ອົງການນາໂຕ.
ໃນການໂອ້ລົມທາງໂທລະສັບ, ປະທານາທິບໍດີອາເມລິກາ Joe Biden ສະແດງຄວາມປາດຖະໜາວ່າພວມລໍຖ້າການພົບປະກັບປະທານາທິບໍດີ Emmanuel Macron ທີ່ກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນອັນດັບ 1 ໃນໂລກ (G20) ຈັດຂຶ້ນຢູ່ນະຄອນຫຼວງ Rome ປະເທດອີຕາລີ ເມື່ອທ້າຍເດືອນຕຸລາປີ 2021.