ການໂອ້ລົມສົນທະນາກ່ຽວກັບການສົ່ງອອກປາໜັງຂອງຫວຽດນາມໄປຂາຍຢູ່ຕະຫຼາດEUແບບຍືນຍົງ

ການໂອ້ລົມສົນທະນາກ່ຽວກັບການສົ່ງອອກປາໜັງຂອງຫວຽດນາມໄປຂາຍຢູ່ຕະຫຼາດEUແບບຍືນຍົງ - ảnh 1
ການປຸງແຕ່ງປາສົ່ງອອກ
(ພາບ:Minh Trí/TTXVN)


(vovworld) –  ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ການ​ສົ່ງ​ອອກປາ​ໜັງ​ຂອງ​ ຫວຽດນາມ​ ​ໄປ​ຂາຍ​ຢູ່ຕະຫຼາດ ສະຫະພາບ​ເອີ​ລົບ (EU) ແບບ​ຍືນ​ຍົງ ​ໄດ້ດຳ​ເນີນ​ໄປ​​ໃນ​ວັນ​ທີ 22/4,​ຢູ່ ນະຄອນຫຼວງ ບຣຸກ​ແຊນ,​ ປະ​ເທດ ​ແບນ​ຊິກ. ການ​ໂອ້​ລົມ​ສົນທະ​ນາ​ດັ່ງກ່າວ ​ໂດຍ​ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ ຫວຽດນາມ ( VASEP) ສົມທົບ​ກັບ​ສູນ​ສົ່ງ​ເສີມ​ການ​ສົ່ງ​ອອກ​ຈາກ​ບັນດາ​ປະ​ເທດ​ພວມ​ພັດທະນາ (CBI) ຂອງ ​ໂຮ​ນລັງໃນ​ຂອບ​ເຂດ​ງານ​ຕະຫຼາດນັດ​ສິນ​ໃນ​ນ້ຳ​ທົ່ວ​ໂລກ​ຄັ້ງ​ທີ 23 ​ເຊິ່ງດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 21-23/4 ຢູ່​ນະຄອນຫຼວງ ບຣຸກ​ແຊນ. ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ​ດັ່ງກ່າວມີ​ບັນດາ​ນັກ​ນຳ​ເຂົ້າ​​ເອີ​ລົບສຳລັບ​ສິນຄ້າ​ປະ​ເພດປາ​ໜັງ​ຂອງ​ຫວຽດນາມ.

    ຕາມ​ທ່ານ ຟ້າ​ມ​ແອ​ງຕ໋ວນ, ຮອງ​ຫົວໜ້າ​ກົມ​ໃຫຍ່ສິນ​ໃນ​ນ້ຳ​ ​ແລ້ວ, ກອງ​ປະຊຸມສຳ​ມະ​ນາ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ພົບ​ປະ​ກັບ​ບັນດາ​ນັກ​ນຳ​ເຂົ້າ ​ເພື່ອ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ຕະຫຼາດ​ເອີ​ລົບ ​ແລະ ຄວາມ​ນິຍົມ​ຂອງ​ຜູ້​ບໍລິ​ໂພ​ກ ແນ​ໃສ່​ປັບປຸງ​ບັນດາ​ຂໍ້​ກຳນົດ​ໃຫ້​​ເໝາະ​ສົມ. ​ເມື່ອ​ເຕື້ອງ​ເຖິງ​ບັນດາ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ຄຸນ​ນະພາ​ບ​ປາ​ໜັງຂອງ ຫວຽ​ດນາມ, ​ທ່ານ ​ເຈືອງ​ດີ່ງ​ແຮ່​,​​ ເລຂາທິການ​ໃຫຍ່ VASEP ຢືນຢັນ​ວ່າ: ປະຈຸ​ບັນ​ປາ​ໜັງ ຢູ່​ ຫວຽ​ດນາມ ​ຖືກ​ລ້ຽງ​ຕາມ​ວິທີທັນ​ສະ​ໄໝ​ພໍ​ສົມຄວນ. ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ມີ​ເຂດ​ລ້ຽງ​ລວມສູນ ​ແລະ ກວດກາ​ຢ່າງ​ລະອຽດ​ຈາກ​ຂັ້ນ​ຕອນ​ເລືອກ​ເຟັ້ນ​ແນວ​ພັນ, ສະໜອງ​ຫົວອາຫານສັດ, ປຸງ​ແຕ່ງ ​ແລະ ສົ່ງ​ອອກ.

ຂ່າວ/ບົດ​ອື່ນ