ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ຂຶ້ນກ່າວຄຳເຫັນທີ່
ການໂອ້ລົມສົນທະນາກ່ຽວກັບການສ້າງ ແລະ ປະຕິບັດກອບລະດັບຄວາມຮູ້ແຫ່ງຊາດຫວຽດນາມ |
(vovworld)- ຕອນເຊົ້າວັນທີ 24/1, ຢູ່ຮ່າໂນ້ຍ, ສະພາອັງກິດສົມທົບກັບກະຊວງສຶກສາ ແລະ ກໍ່ສ້າງ, ກົມໃຫຍ່ສອນວິຊາຊີບ(ກະຊວງແຮງງານສະຫວັດດີການສັງຄົມ) ຈັດການໂອ້ລົມສົນທະນາກ່ຽວກັບການສ້າງ ແລະ ປະຕິບັດກອບລະດັບຄວາມຮູ້ແຫ່ງຊາດຫວຽດນາມ. ນັບແຕ່ເດືອນ 10/2016, ລັດຖະບານໄດ້ເຊັນອະນຸມັດກອບລະດັບຄວາມຮູ້ແຫ່ງຊາດຫວຽດນາມ ລວມມີ 8 ຂັ້ນ, ລະດັບສູງສຸດແມ່ນປະລິນຍາເອກ, ແຕ່ລະຂັ້ນຂອງ ກອບລະດັບຄວາມຮູ້ແຫ່ງຊາດນີ້ ກໍລ້ວນແຕ່ມີການກຳນົດຢ່າງຈະແຈ້ງກ່ຽວກັບລະດັບຄວາມຮູ້, ທັກສະທີ່ຜູ້ຮຽນຕ້ອງບັນລຸໄດ້ ແລະ ແທດເໝາະກັບກອບສົມທຽບລະດັບຄວາມຮູ້ອາຊຽນ. ບົນພື້ນຖານ ກອບລະດັບຄວາມຮູ້ແຫ່ງຊາດນີ້, ບັນດາໂຮງຮຽນ ກໍຕ້ອງສ້າງມາດຖານສົ້ນອອກໃຫ້ແທດເໝາະກັບສະພາບການ.