ການໂອ້ລົມສົນທະນາກ່ຽວກັບກາລະໂອກາດດຳເນີນທຸລະກິດກັບ ຫວຽດນາມ ຢູ່ ອາກຊັງຕິນ

(VOVWORLD) - ດ້ວຍນະໂຍບາຍການຕ່າງປະເທດເປີດປະຕູ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍໃນການພົວພັນ, ເຊື່ອມໂຍງເຂົ້າພື້ນຖານເສດຖະກິດໂລກ, ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ

ການໂອ້ລົມສົນທະນາກ່ຽວກັບກາລະໂອກາດດຳເນີນທຸລະກິດກັບ ຫວຽດນາມ ຢູ່ ອາກຊັງຕິນ - ảnh 1ທ່ານນາງ Lorena Gonzalez , ຕາງໜ້າໃຫ້ ຫ້ອງການການຄ້າ ເອີລົບ - ປາຊີຟິກ

(ພາບ: Tuyengiao.vn)

ວັນທີ 15 ມີນາ, ສະຖານທູດ ຫວຽດນາມ ປະຈຳ ອາກຊັງຕິນ ໄດ້ສົມທົບກັບຫ້ອງການການຄ້າ ເອີລົບ - ປາຊີຟິກ ຂອງ ອາກຊັງຕິນ ຈັດຕັ້ງການໂອ້ລົມສົນທະນາ “ກາລະໂອກາດດຳເນີນທຸລະກິດຜ່ານບັນດາງານຕະຫຼາດນັດສາກົນ ແລະ ລົງເລິກຂະແໜງຢູ່ ຫວຽດນາມ”, ດ້ວຍການເຂົ້າຮ່ວມຂອງວິສາຫະກິດ ອາກຊັງຕິນ ທີ່ຢາກຊອກຫາກາລະໂອກາດເປີດກ້ວາງການຮ່ວມມືກັບຄູ່ຮ່ວມມື ຫວຽດນາມ ເປັນຈຳນວນຫຼວງຫຼາຍ.

        ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ດັ້ງຊວນຢູ້ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາກຊັງຕິນ ໄດ້ສະຫລຸບກ່ຽວກັບສະພາບການພັດທະນາຂອງ ຫວຽດນາມ ພາຍຫຼັງ 30 ປີແຫ່ງການປ່ຽນແປງໃໝ່. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ: ດ້ວຍນະໂຍບາຍການຕ່າງປະເທດເປີດປະຕູ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍໃນການພົວພັນ, ເຊື່ອມໂຍງເຂົ້າພື້ນຖານເສດຖະກິດໂລກ, ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ໃນນັ້ນຍອດຜະລິດຕະພັນພາຍໃນ (GDP) ປີ 2017 ບັນລຸລະດັບເຕີບໂຕ 6,81% - ເຊິ່ງແມ່ນລະດັບສູງສຸດໃນຫຼາຍປີມານີ້.

        ໂດຍຕາງໜ້າໃຫ້ ຫ້ອງການການຄ້າ ເອີລົບ - ປາຊີຟິກ ຂອງ ອາກຊັງຕິນ, ທ່ານນາງ Lorena Gonzalez ໄດ້ສະແດງຄວາມຫວັງວ່າ: ບັນດາວິສາຫະກິດ ອາກຊັງຕິນ ມີກາລະໂອກາດຕື່ມອີກ ເພື່ອຊອກຮູ້ກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ບັນດາງານຕະຫຼາດນັດວາງສະແດງສາກົນຂະໜາດໃຫຍ່ໄດ້ຈັດຕັ້ງຢູ່ ຫວຽດນາມ ແລະ ຈາກນັ້ນ ຊອກຫາໄດ້ບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ຊ່ວຍຊຸກຍູ້ແລກປ່ຽນການຮ່ວມມືການຄ້າລະຫວ່າງ 2 ຝ່າຍໃນທຸກໆຂົງເຂດກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ