ການໂອ້ລົມສົນທະນາກ່ຽວກັບ 40 ປີແຫ່ງໄຊຊະນະດ້ຽນບຽນຝູທາງອາກາດ

ການໂອ້ລົມສົນທະນາກ່ຽວກັບ 40 ປີແຫ່ງໄຊຊະນະດ້ຽນບຽນຝູທາງອາກາດ - ảnh 1
ການໂອ້​ລົມ​ສົນທະນາໂດຍ​ກົງ​ຜ່ານ​ເຄືອຂ່າຍ​ອີນ​ເຕີ​ແນ​ດ
(ພາບ: chinhphu.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 10/12, ປະຕູ​ຖານ​ຂໍ້​ມູນຂ່າວສານ​​ເອ​ເລັກ​ໂຕ​ນິກຂອງ​ລັດຖະບານ ​ໄດ້ຈັດ​ການໂອ້​ລົມ​ສົນທະນາໂດຍ​ກົງ​ຜ່ານ​ເຄືອຂ່າຍ​ອີນ​ເຕີ​ແນ​ດ​ ເພື່ອສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ໄຊຊະນະ​ດ້ຽນບຽນ​ຝູ​ທາງ​ອາກາດ (12/1972 – 12/2012). ການໂອ້​ລົມ​ສົນທະນາ​ໄດ້​ປະກອບສ່ວນ​ຫວນ​ຄືນ​ມູນ​ເຊື້ອ​ແຫ່ງ​ການ​ຕໍ່​ສູ້​ຕ້ານ​ເສິກ​ຕ່າງ​ດ້າວ​ຂອງ​ຊາດ, ປຸກລຸກ​ຄວາມ​ເອກ​ອ້າງ​ຖະນົງ​ໃຈ​ເພື່ອ​​ໃຫ້ລຸ້ນໜຸ່ມ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ຊາດ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ການໂອ້​ລົມ​ສົນທະນາ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກຮົບທີ່​ເຄີຍ​ເຂົ້າ​ຮ່ວມ​ໂດຍ​ກົງ​ໃນ​ບັ້ນ​ຮົບ 12 ວັນ ​ແລະ ຄືນ​ເພື່ອ​ປົກ​ປັກ​ຮັກສາ​ຮ່າ​ໂນ້ຍ ​​​ແຕ່​ວັນ​ທີ 18 – 29/12/1972 ​ໃນ​ບັ້ນ​ຮົບ​ດ້ຽນບຽນ​ຝູ​ທາງ​ອາກາດ.

ຂ່າວ/ບົດ​ອື່ນ