ການ​ໂອ້​ລົມ​ສົນ​ທະ​ນາ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະຫຼອງ 70 ປີ ແຫ່ງວັນ​ມູນ​ເຊື້ອ ​ຂອງກ​ຳ​ລັງ​ຊາວ​ໜຸ່ມ​ຕະ​ລຸມບອນ​ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 15 ກໍລະກົດ, ສະມາຄົມ ອະດີດຊາວໜຸ່ມຕະລຸມບອນຫວຽດນາມ ໄດ້ສົມທົບກັບສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ຄະນະຊາວໜຸ່ມແຂວງໄຕນິງ ຈັດຕັ້ງການພົບປະ, ໂອ້ລົມສົນທະນາເພື່ອຫວນຄືນມູນເຊື້ອທີ່ສະຫງ່າລາສີຂອງກຳລັງ ຊາວໜຸ່ມຕະລຸມບອນເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂອງກຳລັງຊາວໜຸ່ມຕະລຸມບອນຫວຽດນາມ (15 ກໍລະກົດ 1950 – 15 ກໍລະກົດ 2020).
ການ​ໂອ້​ລົມ​ສົນ​ທະ​ນາ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະຫຼອງ 70 ປີ ແຫ່ງວັນ​ມູນ​ເຊື້ອ ​ຂອງກ​ຳ​ລັງ​ຊາວ​ໜຸ່ມ​ຕະ​ລຸມບອນ​ຫວຽດ​ນາມ - ảnh 1ການພົບປະ, ໂອ້ລົມສົນທະນາເພື່ອຫວນຄືນມູນເຊື້ອທີ່ສະຫງ່າລາສີຂອງກຳລັງ ຊາວໜຸ່ມຕະລຸມບອນ (ພາບ: TTXVN) 

ໃນຊຸມເດືອນປີຕໍ່ສູ້ກູ້ຊາດ, ຕ້ານຈັກກະພັດອາເມລິກາ ກຳລັງຊາວໜຸ່ມຕະລຸມບອນໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາກຳລັງຫຼັກແຫຼ່ງຢູ່ສະໜາມຮົບ, ປະກອບສ່ວນສຳຄັນເຂົ້າໃນການປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.

        ໃນກິດຈະການແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ດ້ວຍຈິດໃຈອາສາສະໝັກ,ບ່ອນໃດຍາກຊາວໜຸ່ມບຸກ, ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມື່ອຊາດຕ້ອງການຊາວໜຸ່ມມີໜ້າ ຊາວໜຸ່ມຕະລຸມບອນ, ຊາວໜຸ່ມອາສາສະໝັກນັບໝື່ນໆຄົນໄດ້ອອກແຮງແຂ່ງຂັນ,ຝຶກຝົນຫຼໍ່ຫຼອມ, ອຸທິດກຳລັງເຫື່ອແຮງຂອງຕົນ, ປະກອບສ່ວນເຂົ້າໃນການແກ້ໄຂວຽກເຮັດງານທຳ, ສຶກສາອົບຮົມຊາວໜຸ່ມ, ປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

        ທີ່ການໂອ້ລົມສົນທະນາ, ສູນກາງຊາວໜຸ່ມໄດ້ມອບເຮືອນ 10 ຫຼັງ ແລະ ປຶ້ມເງິນຝາກ ປະຢັດ 20 ຫົວໃຫ້ແກ່ບັນດາອະດີດຊາວໜຸ່ມຕະລຸມບອນທີ່ປະສົບກັບຄວາມຫຍຸ້ງຍາກ, ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາການອຸທິດສ່ວນເຊິ່ງກຳລັງຊາວໜຸ່ມຕະລຸມບອນໄດ້ປະກອບສ່ວນໃນເມື່ອກ່ອນໃຫ້ແກ່ກິດຈະການປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ